ຍີ່ປຸ່ນ ຊ່ວຍລາວຫລາຍກວ່າ 17 ລ້ານໂດລາສະຫະລັດ ປັບປຸງໂຮງໝໍ 2 ແຫ່ງ
ໃນວັນທີ 9 ກຸມພານີ້, ໄດ້ມີພິທີເຊັນສັນຍາຮັບເງິນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ໃນມູນຄ່າ 1.940 ລ້ານເຢັນ ຫລື ປະມານ 17 ລ້ານກວ່າໂດລາສະຫະລັດ ເພື່ອປັບປຸງໂຮງໝໍເສດຖາທິລາດໃນນະຄອນຫລວງວຽງຈັນ ແລະ ໂຮງໝໍແຂວງຈຳປາສັກ ເຊິ່ງພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລະຫວ່າງທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີທ່ານ ອາລຸນແກ້ວ ກິດຕິຄຸນ ລັດ ຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ເຄັນທາໂຣ ໂຊໂນອຸຣະ ທີ່ປຶກສາພິເສດຂອງທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ ເຂົ້າຮ່ວມນໍາດ້ວຍ.
ທ່ານ ເຄັນທາໂຣ ໂຊໂນອຸຣະ ໄດ້ມີຄຳເຫັນວ່າ: ໂຄງການດັ່ງກ່າວນີ້ ແມ່ນການຊ່ວຍສ້າງອາຄານ ແລະ ຕອບສະໜອງອຸປະກອນການແພດໃຫ້ໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ ເພື່ອຍົກສູງຄຸນນະພາບການບໍລິການ ແລະ ສ້າງບຸກຄະລາກອນທາງການແພດໃຫ້ດີຂຶ້ນ.