ອັນຕະລາຍຈາກລິບສະຕິກຕໍ່ຮ່າງກາຍ

ປະຈຸບັນນີ້ມີຜົນການວິໄຈໜຶ່ງທີ່ໜ້າເປັນຫ່ວງອອກມາກ່ຽວກັບລິບສະຕິກງາມໆທີ່ເອື້ອຍນ້ອງແມ່ຍິງເຮົາມີຕິດກະເປົ໋າໄວ້ທາຮີມສົບ ນັ້ນອາດມີສ່ວນປະສົມຂອງສານເຄມີນາໆຊະນິດທີ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ ແລ້ວຍັງສ້າງບັນຫາຕໍ່ຮ່າງກາຍໃນຫລາຍໆດ້ານນຳອີກ ເຊິ່ງຈາກການວິໄຈລະບຸເຖິງບັນຫາທີ່ລິບສະຕິກອາດເປັນອັນຕະລາຍຕໍ່ສຸຂະພາບພາບຂອງທ່ານດັ່ງຕໍ່ໄປນີ້ :
– ລິບສະຕິກສ່ວນຫລາຍທີ່ບັນດາທ່ານໃຊ້ກັນນັ້ນກ່ຽວຂ້ອງກັບບັນຫາຂອງກ້າມຊີ້ນ ແລະ ຫົວໃຈ ເນື່ອງຈາກສານໄຕຣໂຄຊານທີ່ປະສົມຢູ່ໃນລິບສະຕິກ.
– ສານໄຕຣໂຄຊານຍັງເປັນສາເຫດໃຫ້ເຊື້ອແບັກທີເຣຍດື້ຢາປິ່ນປົວຈົນກາຍພັນເປັນເຊື້ອແບັກທີເຣຍທີ່ດື້ຢາປິ່ນປົວທຸກຊະນິດຕໍ່ໄປນຳອີີກ.
– ກ່ອນໜ້ານີ້ສານໄຕຣໂຄຊານນັ້ນກ່ຽວຂ້ອງກັບພະຍາດໄທຣອຍ ຫລື ຄໍໜຽງ ແລະ ການເສື່ອມສະມັດຕະພາບທາງເພດ ອາດເຮັດໃຫ້ຮໍໂມນໃນເພດຊາຍ ແລະ ເພດຍິງ ມີຄວາມຜິດປົກກະຕິ ເຮັດໃຫ້ເກີດສິວ, ນຳ້ໜັກເພີ່ມຂຶ້ນ, ມີຂົນດົກຂຶ້ນ ແລະ ເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິໄດ້ນຳ.
– ມີໂລຫະໜັກທີ່ເຮັດໃຫ້ເກີດພິດຕໍ່ຮ່າງກາຍ ທັງສານກົ່ວ ແລະ ແຄດມຽມ.
– ມີຄວາມສ່ຽງເຮັດໃຫ້ເກີດພະຍາດພູມແພ້ ແລະ ພະຍາດຂໍ້ຕໍ່ອັກເສບໄດ້ ຍ້ອນສານເຄມີທີ່ປະສົມຢູ່ນາໆຊະນິດ ບໍ່ວ່າຈະແມ່ນພາຣາເບນ, ເມດອະຄຣິເລດ.
ແຕ່ກໍບໍ່ໝາຍຄວາມວ່າລິບສະຕິກທຸກຮຸ່ນທຸກຍີ່ຫໍ້ຈະເຮັດໃຫ້ເກີດພິດໄພດັ່ງທີ່ກ່າວມາຂ້າງເທິງນັ້ນໄດ້ໝົດ ທາງທີ່ດີກໍຄື ທ່ານຄວນເລືອກເຄື່ອງສຳອາງຈາກຍີ່ຫໍ້ທີ່ໄວ້ໃຈໄວ້ ແລະ ມີຜົນການວິໄຈ ແລະ ທົດລອງທີ່ໜ້າເຊື່ອຖືມາຢັ້ງຢືນກ່ອນທີ່ຈະຊື້ມາໃຊ້ຈະດີກ່ວາ.