ຜັກປັງມີຄຸນຄ່າທາງສານອາຫານຫລາຍ

ຜັກປັງ ເປັນຜັກພື້ນເມືອງລາວເກີດຢູ່ຕາມບ່ອນຊຸ່ມທົ່ວໄປ, ມີຢູ່ 2 ຊະນິດ ຄື : ຜັກປັງຂາວ ແລະ ຜັກປັງແດງ, ມີຖິ່ນກຳເນີດ ໃນເຂດອາຊີ ແລະ ອາຟຣິກາ ເກີດໄດ້ງ່າຍໃນເຂດຊຸ່ມຊື່ນກັບດິນທຸກປະເພດ, ມີລັກສະນະເປັນໄມ້ລົ້ມລຸກ, ລຳຕົ້ນກົມເປັນສີຂຽວ ຫລື ສີ ມ້ວງແດງ, ອວບນຳ້, ແຕກກິ່ງງ່າສາຂາໄດ້ຫລາຍ, ໃບມີລັກສະນະມັນ, ຮູບຮ່າງມົນກົມ ຫລື ຮູບໄຂ່ລຽງສະຫລັບກັນ, ແຜ່ນໃບອວບນຳ້, ກ້ວາງປະມານ 2 – 6 ຊັງຕີແມັດ ແລະ ຍາວ 2,5 – 7,5 ຊັງຕີແມັດ. ສ່ວນດອກນັ້ນຈະມີສີຂາວ ຫລື ສີບົວອົມມ້ວງ, ບໍ່ມີກ້ານດອກອອກດອກເປັນຊໍ່.
ຄຸນຄ່າທາງອາຫານຂອງຜັກປັງນັ້ນໃຫ້ແຮ່ທາດ ແລະ ວິຕາມິນຫລວງຫລາຍ ໂດຍສະເພາະເບຕ້າແຄໂຣທີນ ຊ່ວຍບຳລຸງສາຍຕາ ແລະ ຊ່ວຍປ້ອງກັນມະເຮັງໄດ້. ການກິນກໍຈະເອົາຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ເຊິ່ງມີລົດຊາດເຢັນຈືດມາກິນເປັນຜັກຈຳ້ກັບແຈ່ວ ຫລື ເອົາມາໃສ່ແກງໄດ້ທຸກຊະນິດ ທັງແກງສົ້ມ, ແກງໃສ່ດອກແຄ, ແກງປາ, ແກງຊີ້ນ ຫລື ຈະເອົາມາຂົ້ວ ຫລື ໃສ່ອ່ອມຫອຍກໍໄດ້ຄືກັນ.
ສ່ວນຄຸນປະໂຫຍດທາງຢາຂອງຜັກປັງນັ້ນ ສາມາດເອົາກ້ານມາແກ້ພິດຝີ, ກິນຫລຸດອາການຖ່າຍຍາກ, ຫລຸດໄຂ້ໄດ້. ໃບສາ ມາດເອົາມາກິນເພື່ອຊ່ວຍໄລ່ນຳ້ຍ່ຽວ, ແກ້ອາການອັກເສບ, ທາປິ່ນປົວຂີ້ກາກ, ຄັ້ນເອົານຳ້ຈາກໃບຜັກປັງມາທາຕຸ່ມຜື່ນຄັນ, ເອົາດອກມາຕຳທາປິ່ນປົວຂີ້ກ້ຽນໄດ້. ສ່ວນຮາກເອົາມາຕຳທາປິ່ນປົວອາການຕີນດ່າງ ແລະ ກຳຈັດຂີ້ຄັນແຄ.
ຜັກປັງ ເປັນອາຫານທີ່ມີກາລໍຣີຕໍ່າ ແລະ ມີເສັ້ນໄຍອາຫານອ່າວຫລາຍ ທັງຍັງມີສານຕ້ານອະນຸມູນອິດສະລະທີ່ຊ່ວຍຫລຸດຄວາມສ່ຽງໃນການເປັນມະເຮັງ, ຊ່ວຍຟື້ນຟູຮ່າງກາຍ ແລະ ຕໍ່ຕ້ານການອັກເສບຕ່າງໆໄດ້, ເປັນຜັກພື້ນເມືອງທີ່ມີລາຄາບໍ່ແພງ.