ເຕັກນິກການຈັດການກັບຄວາມເຄັ່ງຄຽດຢູ່ບ່ອນເຮັດວຽກ
February 12, 2018 - 11:14 AM

ເວລາເຮົາຢູ່ບ່ອນເຮັດວຽກການຈັດການບໍລິຫານອາລົມ ແລະ ຄວາມເຄັ່ງຄຽດເປັນສິ່ງທີ່ສຳຄັນຫລາຍ ເພາະເປັນການຊ່ວຍໃຫ້ຈິດໃຈຂອງເຮົາຫລຸດຄວາມເຄັ່ງຄຽດລົງໄດ້ແລ້ວ ຍັງຊ່ວຍຮັກສາຄວາມສຳພັນ ແລະ ບັນຍາກາດອັນດີລະຫ່ວາງໂຕເຮົາ ແລະ ໝູ່ເພື່ອນຮ່ວມງານໄວ້ນຳ ແລ້ວເຮົາຈະບໍລິຫານຈັດການຄວາມເຄັ່ງຄຽດ ແລະ ອາລົມໃນດ້ານລົບກັນແນວໃດດີ ? ມື້ນີ້ພວກເຮົາມີຄຳຕອບມາແນະນຳທ່ານ.
- ຮູ້ໃຫ້ທັນອາລົມຕົນເອງ ການຮູ້ທັນອາລົມເຮັດໃຫ້ຮູ້ວ່າຂະນະນີ້ກຳລັງຮູ້ສຶກແນວໃດຢູ່, ໃຫ້ຝຶກຈັບສັງເກດອາລົມທີ່ເກີດຂຶ້ນ ກ່ອນການສະແດງອອກໄປສະເໝີ ບໍ່ວ່າຈະແມ່ນອາລົມດ້ານດີ ຫລື ອາລົມດ້ານລົບກໍຕາມ ເມື່ອເຮົາສາມາດຮູ້ທັນອາລົມຕົນເອງໄດ້ແລ້ວ ກໍຈະສາມາດຄວບຄຸມການສະແດງອອກໄດ້ ບໍ່ວ່າຈະແມ່ນການຍິ້ມ, ການຫົວແຕ່ພໍດີພໍງາມ ລວມໄປເຖິງເວລາຄຽດ, ໃຈຮ້າຍ ຫລື ໝຸດໝັດ ເຮົາກໍຈະບໍ່ເຮັດຫຍັງຮຸນແຮງແບບໂມໂຫຮ້າຍ, ມີເວລາຄິດພິຈາລະນາເຖິງຜົນທີ່ຕາມມາຢູ່ສະເໝີ.
- ເຂົ້າໃຈວ່າການຜິດກັນນັ້ນ ເປັນຍ້ອນຕ່າງຝ່າຍຕ່າງກໍພະຍາຍາມຈະຮັກສາສັກສີຂອງຕົນເອງ ເພາະຢ້ານຖືກດູຖູກ, ຢ້ານເສຍໜ້າ ຖ້າຕ້ອງຍອມຕາມຄວາມຄິດຄົນອື່ນ, ການຍືດຖືເອົາສັກສີໄວ້ແບບນີ້ມີແຕ່ຈະເຮັດໃຫ້ເກີດຄວາມຂັດແຍ່ງກັນ.
- ເວລາໃຈຮ້າຍ ຫລື ອາລົມບໍ່ດີມາຈາກບ່ອນອື່ນ ຢ່າເອົາອາລົມມາລົງກັບໝູ່ເພື່ອນຮ່ວມງານ ຫລື ຄົນອື່ນທີ່ເຂົາບໍ່ຮູ້ເລື່ອງນຳ ຈະ ສ້າງຄວາມຂັດແຍ່ງ ແລະ ເຂົ້າໃຈຜິດຕໍ່ກັນລ້າໆ, ໄຈ້ແຍກໃຫ້ດີ ແຕ່ທ່ານກໍສາມາດຂໍຄຳປຶກສາເພື່ອໄກ່ເກ່ຍຄວາມຄັບຂ້ອງໃຈ ຫລື ຂໍຄວາມເຫັນໃຈຈາກຜູ້ອື່ນໄດ້.
- ຝຶກໃຫ້ອະໄພ, ຝຶກປ່ອຍວາງ, ບໍ່ຄິດຫລາຍ, ບໍ່ຈັບຜິດຜູ້ອື່ນຈະຫລຸດຄວາມໂມໂຫຮ້າຍລົງໄດ້ຫລາຍ, ຫາກຮູ້ສຶກເສົ້າເສຍໃຈ ຈະຮ້ອງໄຫ້ອອກມາກໍບໍ່ຜິດ, ແຕ່ບໍ່ຄວນເຮັດຢູ່ບ່ອນເຮັດວຽກ ໄປລະບາຍບ່ອນອື່ນທີ່ລັບຫູລັບຕາຄົນດີກ່ວາ ການຮ້ອງໄຫ້ເປັນການລະບາຍຄວາມກົດດັນທາງອາລົມໄດ້ດີແບບໜຶ່ງ ຊ່ວຍໃຫ້ຜ່ອນຄາຍໄດ້ຫລາຍຂຶ້ນ.
ເຮົາຄວນໝັ່ນສັງເກດອາລົມ ແລະ ຄວາມຮູ້ສຶກຂອງໂຕເອງສະເໝີວ່າຢູ່ໃນອາລົມແບບໃດ ເມື່ອຮູ້ເທົ່າທັນອາລົມສາມາດຄວບຄຸມອາລົມໄວ້ໄດ້ ແລະ ຮູ້ຈັກຫັກເຫຄວາມເຄັ່ງຄຽດໄປທາງອື່ນໄດ້ ຄວາມເຄັ່ງຄຽດຂອງຕົນເອງກໍຈະຫລຸດລົງ ແລະ ຮັກສາຄວາມສຳພັນກັບຜູ້ອື່ນໄວ້ໄດ້ດີນຳອີກ.