ລັດຖະມົນຕີຕ່າງປະເທດອັງກິດເຂົ້າພົບນາງ ຊູຈີ ເພື່ອຫາລືວິກິດຊາວໂຣຮິງຢາ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລາຊະອານາຈັກຂໍໃຫ້ທາງການມຽນມາແກ້ໄຂສະຖານະການທຸກເລື່ອງທີ່ກ່ຽວຂ້ອງກັບລັດຍະໄຂ່ ບໍ່ວ່າຈະເປັນກໍລະນີຂອງຊາວໂຣຮິງຢາ ແລະ ນັກຂ່າວຣອຍເຕີດ້ວຍຄວາມໂປ່ງໃສ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເນປີດໍ ປະເທດມຽນມາ ໃນວັນທີ 12 ກຸມພາວ່າ: ທ່ານ ບໍຣິສ ຈອນສັນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ເຂົ້າພົບນາງ ອອງຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ທີ່ທຳນຽບໃນນະຄອນຫລວງເນປີດໍ ໃນວັນທີ 11 ກຸມພາ ໂດຍເນື້ອໃນສຳຄັນຂອງການຫາລືກ່ຽວກັບຄວາມຄືບໜ້າຂອງໂຄງການການຮ່ວມມືລະຫວ່າງມຽນມາກັບບັງກະລາເທດ ໃນການສົ່ງກັບຜູ້ລີ້ໄພຊາວໂຣຮິງຢາຈາກບັງກະລາເທດໃຫ້ກັບມາຕັ້ງຖິ່ນຖານໃນລັດຍະໄຂ່ ແລະ ການສືບສວນ-ສອບສວນສະຖານະການດ້ານຄວາມໝັ້ນຄົງໃນພື້ນທີ່ ເຊິ່ງສົ່ງຜົນໃຫ້ຊາວໂຣຮິງຢາເກືອບ 700.000 ຄົນລີ້ໄພໄປບັງກະລາເທດ ນັບແຕ່ເດືອນສິງຫາປີຜ່ານມາ ແລະ ການເສຍຊີວິດຈາກສະຖານະການຄວາມບໍ່ສະຫງົບ.
Boris Johnson has urged Aung San Suu Kyi to allow an independent probe of the Rohingya refugee crisis pic.twitter.com/PWqFkcnIIk
— The Telegraph (@Telegraph) February 11, 2018
ເຖິງວ່າລັດຖະບານມຽນມາຢືນຢັນວ່າຈຳນວນຜູ້ເສຍຊີວິດຈາກເຫດຮຸນແຮງໃນລັດຍະໄຂ່ນັບແຕ່ເຄິ່ງຫລັງຂອງປີຜ່ານມາມີປະມານ 400 ຄົນ, ແຕ່ລາຍງານຂອງອົງການແພດໄຮ້ພົມແດນ (MSF) ຕີລາຄາວ່າສູງເຖິງ 6.700 ຄົນ ສະເພາະໃນໄລຍະເດືອນທຳອິດຂອງການເກີດເຫດຮຸນແຮງ ເຊິ່ງທ່ານ ຈອນສັນ ຮຽກຮ້ອງໃຫ້ຂະບວນການສືບສວນ-ສອບສວນໂດຍທາງການມຽນມາເປັນໄປຢ່າງເປີດເຜີຍ ແລະ ການຮັບກັບຜູ້ລີ້ໄພຊາວໂຣຮິງຢາຂໍໃຫ້ເກີດຂຶ້ນພາຍໃຕ້ເງື່ອນໄຂທີ່ເໝາະສົມ ແລະ ໃຫ້ການເດີນທາງກັບເປັນໄປດ້ວຍຄວາມສະໝັກໃຈລະຫວ່າງສອງຝ່າຍ.