ຊົມເຊີຍນາຍົກສັ່ງໃຫ້ຮີບຮ້ອນຂຶ້ນບັນຊີຊັບສິນທີ່ສານຮິບເປັນຂອງລັດມາຂຶ້ນບັນຊີຖືກຕ້ອງ.
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງທັງຫລາຍ, ອອກສູ່ປີໃໝ່ນີ້ນັບວ່າເປັນເຫດການໃໝ່ອີກອັນໜຶ່ງທີ່ນາຍົກລັດຖະມົນຕີໄດ້ອອກຄຳສັ່ງແນະນຳໃຫ້ພາກສ່ວນກ່ຽວຂ້ອງ ນັບແຕ່ສູນກາງ ແລະ ທ້ອງຖິ່ນຕ່າງໆໃຫ້ຮີບຮ້ອນຂຶ້ນບັນຊີຊັບສິນປະເພດເງິນ, ຄຳ, ວັດຖຸມີຄ່າ, ພາຫະນະ ແລະ ອຸປະກອນຕ່າງໆທີ່ສານຕັດສິນຮິບມາເປັນຂອງລັດໃຫ້ມາຂຶ້ນທະບຽນ, ຂຶ້ນບັນຊີຄຸ້ມຄອງລວມສູນ ແລະ ແບ່ງປັນນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ປະມູນຂາຍ ເພື່ອນຳເອົາເງິນເຂົ້າງົບປະມານຂອງລັດ ອັນເປັນການເພີ່ມທະວີການກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆໃຫ້ມີຄວາມສັກສິດ.
ໂດຍຄຳສັ່ງດັ່ງກ່າວໄດ້ລະບຸລະອຽດວ່າ: ໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານຮີບຮ້ອນລົງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກຮິບເປັນຂອງລັດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນໄດ້ຢ່າງຖືກຕ້ອງ ເພື່ອຄວາມໂປ່ງໃສ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ນຳໃຊ້ເຂົ້າໃນວຽກງານຂອງລັດໄດ້ຢ່າງມີຄຸນນະພາບ.
ນີ້ແມ່ນຜົນຕົວຈິງແຫ່ງການກ້າວສູ່ການຄຸ້ມຄອງລັດດ້ວຍລະບຽບກົດໝາຍເທື່ອລະກ້າວ, ພ້ອມເປັນການຈັດຕັ້ງປະຕິບັດລະບຽບການເງິນໃຫ້ມີຜົນສັກສິດ.