ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ

ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ - 2h07creg - ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ
ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ - kitchen vibe - ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ

ທ້າວ ສຸກ​ທະວີ ປັນຍາ​ສິດ, ນາງ ກິ​ດາວ​ອນ ພິລາ​ວົງ 2 ນັກ​ກິລາ​ເທ​ຄວັນ​ໂດທີ​ມຊາດ​ລາວ ປະ​ເພດ​ຟ້ອນ​ປຸມ​ເຊ ​ແລະ ທ້າວ ສອນ​ໄຊ ມັງ​ເຄືອ ນັກກິລາ​ເທ​ຄວັນ​ໂດ​ປະ​ເພດ​ຕໍ່ສູ້ ຄວ້າ​ຫລຽນ​ທອງ ​ໃນ​ລາຍການ​ທົດ​ສອບ​ກຽມພ້ອມ​ສູ່​ເອຊຽນ​ເກ​ມ 2018 (The 18th Asian Games Invitation Tournament) ລະຫວ່າງ​ວັນ​ທີ 6-12 ກຸມພານີ້ ທີ່​ນະຄອນຫລວງ​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ.

ສຳລັບ​ການ​ແຂ່ງຂັນ​ເທ​ຄວັນ​ໂດ ​ເປັນ​ໜຶ່ງ​ໃນ 8 ປະ​ເພດ​ກິລາທີ່​ຈັດການ​ແຂ່ງຂັນ​ໃນ​ລາຍການ​ພິ​ເສດ​ນີ້ ​ໂດຍ​ມີ​ນັກ​ກິລາ​ເຂົ້າຮ່ວມ 88 ຄົນ ຈາກ 8 ປະ​ເທດ​ເຊັ່ນ: ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ມົງ​ໂກ​ລີ, ອິນ​ເດຍ, ຮົງ​ກົງ, ສ.​ເກົາຫລີ ​ແລະ ອິນ​ໂດ​ເນ​​ເຊຍ​ເຈົ້າພາບ.

ສະຫະພັນ​ກິລາ​ເທ​ຄວັນ​ໂດ​ແຫ່ງ​ຊາດ​ລາວ ສົ່ງ​ນັກ​ກິລາ​ເຂົ້າຮ່ວມ 6 ຄົນ ຍິງ 1 ຄົນ ​ແລະ ຄູ​ຝຶກ 1 ທ່ານ, ​ແຂ່ງຂັນ 6 ລາ​ຍການ ປະ​ເພດ​ຕໍ່ສູ້​ຊາຍ 4 ລຸ້ນຄື: ລຸ້ນນ້ຳໜັກ 58 ກິ​ໂລ, 63 ກິ​ໂລ, 68 ກິ​ໂລ ​ແລະ ບໍ່​ເກີນ 80 ກິ​​ໂລ ​ແລະ ອີກ 2 ລາຍການ​ເປັນ​ປະ​ເພດ​ຟ້ອນ​ປຸມ​ເຊ ຊາຍ​ດ່ຽວ ​ແລະ ຍິງ​ດ່ຽວ ສາມາດ​ຍາດ​ໄດ້ 3 ຫລຽນ​ທອງ.

ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ - 3 - ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ
ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ - 4 - ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ
ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ - 5 - ນັກກິລາລາວຄວ້າຫລຽນທອງໃນລາຍການ ທົດສອບກຽມພ້ອມສູ່ເອຊຽນເກມ