ເກີດອຸປະຕິເຫດລົດຕົກຂົວຢູ່ແຂວງອັດຕະປື ເສຍຊີວິດ 4 ຄົນ

ເຈົ້າໜ້າທີ່ຈະລາຈອນແຂວງອັດຕະປື ແລະ ປະຊາຊົນຫລາຍສິບຄົນໄດ້ຊ່ວຍນຳເອົາຮ່າງຜູ້ເສຍຊີວິດຈາກອຸປະຕິເຫດລົດເກງໝາຍເລກທະບຽນ ກບ 5065 ກຳແພງນະຄອນ, ປີ້ນຈາກຂົວຕົກລົງຫ້ວຍນ້ຳອຸກເມືອງສະໜາມໄຊແຂວງອັດຕະປື ຈຳນວນ 4 ຄົນຄື: ທ້າວ ແອ່ນ ອາຍຸ 35 ປີ, ນາງ ເອ ອາຍຸ 36 ປີ, ນາງ ກຽງ ອາຍຸ 36 ປີ ແລະ ທ້າວ ກ໋ອບ ອາຍຸ 5 ປີ, ທັງໝົດແມ່ນຢູ່ບ້ານ ຊ້າຍເມືອງໄຊເສດຖາແຂວງອັດຕະປືຂີ່ມານຳລົດຄັນດັ່ງກ່າວ.
ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ລົດດັ່ງກ່າວຂັບຂີ່ໂດຍ ທ້າວ ແດງ ອາຍຸ 35 ປີຢູ່ບ້ານໂພນສະຫວ່າງເມືອງສາມັກຄີໄຊ, ພໍຂັບຂີ່ມາຮອດຈຸດເກີດດ້ວຍຄວາມໄວສູງ, ເຮັດໃຫ້ພິກປິ້ນຕົກລົງຂົວດັ່ງກ່າວຈົນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 4 ຄົນ. ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ຂັບຂີ່ເພື່ອດຳເນີນຄະດີຕາມລະບຽບກົດມາຍ.
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 11 ກຸມພານີ້, ໄດ້ເກີດອຸປະຕິເຫດລົດກະບະຕຳກັບລົດຈັກ 2 ຄັນຢູ່ເສັ້ນທາງບ້ານລັດຕະນະລັງສີເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບສາຫັດ 2 ຄັນ, ຊຶ່ງປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນຫາສາເຫດຂອງການເກີດອຸປະຕິເຫດດັ່ງກ່າວ.