ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ

ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - laos thai 1 - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ
ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - kitchen vibe - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ

ພິທີມອບ-ຮັບ ໂປຣແກຣມລົງທະບຽນເລກໝາຍໂທລະສັບມືຖືລະຫວ່າງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະການກິດຈະການກະຈາຍສຽງ, ໂທລະທັດ ແລະ ໂທລະຄົມມະນາຄົມແຫ່ງຣາຊະອານາຈັກໄທ, ໄດ້ມີຂຶ້ນໃນວັນທີ 12 ກຸມພານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີສອນໄຊ ສີພັນດອນ ແລະ ທ່ານ ປຣາວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກໄທ.

ທ່ານລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ທັນສະໄໝ ກົມມະສິດ ໃຫ້ຮູ້ວ່າ: ການພັດທະນາໂປຣແກຣມດັ່ງກ່າວ, ແມ່ນນອນໃນກອບການຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ລົງນາມຮ່ວມກັນໃນປີ 2016 ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການຄຸ້ມຄອງ ແລະ ດັດສົມໂທລະຄົມມະນາຄົມ ແລະ ຄື້ນຄວາມຖີ່, ໂດຍສະເພາະແມ່ນການລົງທະບຽນເລກໝາຍໂທລະສັບມືຖືນີ້ ຈະກາຍເປັນບາດກ້າວໃໝ່ທີ່ເປັນພື້ນຖານໃນວຽກງານການເກັບກໍາ ແລະ ຄຸ້ມຄອງຈໍານວນຜູ້ນໍາໃຊ້ເລກໝາຍໂທລະສັບໃຫ້ມີປະສິດທິພາບໃນທົ່ວປະເທດ.

ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - Visit Laos Visit SALANA BOUTIQUE HOTEL - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ
ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - Visit Laos Visit SALANA BOUTIQUE HOTEL - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ

ທ່ານ ທັນສະໄໝ ກົມມະສິດ ກ່າວວ່າ: ໃນຕໍ່ໜ້ານີ້, ສອງຝ່າຍຈະສືບຕໍ່ຮ່ວມມືກັນຫລາຍຂຶ້ນ ເພື່ອພັດທະນາລະບົບດັ່ງກ່າວໃຫ້ທັນສະໄໝ ແລະ ປອດໄພຍິ່ງຂຶ້ນ, ພ້ອມທັງສ້າງນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອິງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິຜົນ, ໄປຄຽງຄູ່ກັບການສົ່ງເສີມວຽກງານໂທລະຄົມມະນາຄົມ ແລະ ໄອຊີທີ ຂອງສອງປະເທດໃຫ້ນັບມື້ທັນສະໄໝ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - 4 - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ
ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - 3 - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ
ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ - 5 - ລາວ-ໄທເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງໂທລະຄົມມະນາຄົມ