ໂມງຮ່າງກາຍເຄື່ອນ ເຮັດໃຫ້ຫລັບ ແລະ ຕື່ນຍາກ
ຍ້ອນວ່າຄົນເຮົາຄວນນອນຫລັບພັກຜ່ອນດົນຕໍ່ເນື່ອງ 8 ຊົ່ວໂມງຕໍ່ມື້ ຫລື ຢ່າງໜ້ອຍຕ້ອງບໍ່ຕໍ່າກ່ວາ 6 ຊົ່ວໂມງ ໂດຍໄລຍະເວລາທີ່ເໝາະສົມຢູ່ລະຫ່ວາງ 22:00 ໂມງ ຫາ 6:00 ໂມງເຊົ້າ. ສິ່ງສຳຄັນຄວນເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາໃນທຸກໆມື້ ເຫລົ່ານີ້ເປັນສຸຂະນິໄສການນອນທີ່ພໍ່ແມ່ຄວນປູກຝັງໃຫ້ລູກນັບແຕ່ອາຍຸຍັງນ້ອຍ. ແຕ່ຫາກໃຜໃຫຍ່ມາແລ້ວນິໄສການນອນປ່ຽນ ກາຍເປັນຄົນມັກນອນເດິກ, ເຫງົານອນກໍຍັງຝືນ ຫລື ບາງຄົນອາດເປັນຍ້ອນໜ້າທີ່ວຽກງານ ເຮັດໃຫ້ຕ້ອງປັບປ່ຽນເວລານອນເປັນປະຈຳ. ມື້ນີ້ພວກເຮົາຈຶ່ງຈະມາເຕືອນວ່າຕ້ອງລະວັງໂມງຮ່າງກາຍເຄື່ອນ ອາການນີ້ມັກເກີດຂຶ້ນກັບຄົນທີ່ນອນບໍ່ເປັນເວລາ ສົ່ງຜົນໃຫ້ເວລາທີ່ຕັ້ງໃຈຈະນອນກໍນອນບໍ່ຫລັບກ່ວາຈະຂົ່ມຕາຫລັບໄດ້ແຈບກໍເສຍເວລາໄປດົນ ເມື່ອຮອດເວລາທີ່ຕ້ອງຕື່ນ ກໍລຸກຂຶ້ນຈາກຕຽງຍາກ ຢາກນອນອີກ ຈຶ່ງຕ້ອງຂໍເວລາຕື່ມ ເຊັ່ນວ່າອີກ 5 ນາທີ, ແຕ່ເຜີຫລັບໄປຍາວເປັນຊົ່ວໂມງ ຈົນໄປໂຮງ ຮຽນ ຫລື ໄປເຮັດວຽກຊ້າ ແລະ ອາການທີ່ພົບໄດ້ອີກກໍຄືຈະງ່ວງເຫງົາຫາວນອນ, ຄວາມຈື່ຈຳຫລຸດລົງ ແລະ ເຈັບຫົວ ເປັນຕົ້ນ.
ອາການໂມງຮ່າງກາຍຄາດເຄື່ອນດັ່ງທີ່ກ່າວມານັ້ນມີສາເຫດມາຈາກລະບົບປະສາດພາຍໃນສະໝອງຫລັ່ງຮໍໂມນເມລາໂທນິນ ເປັນຮໍໂມນທີ່ກະຕຸ້ນໃຫ້ຄົນເຮົາເຫງົານອນ ເຊິ່ງເມລາໂທນິນຈະຫລັ່ງອອກມາໃນຕອນກາງຄືນ ແລະ ຢຸດລັ່ງໃນຕອນເຊົ້າ ຄົນທີ່ມັກນອນເດິກເຫງົານອນແລ້ວບໍ່ຍອມນອນເປັນປະຈຳ ຈະສົ່ງຜົນໃຫ້ການຫລັ່ງຮໍໂມນເມລາໂທນິນຫລຸດໜ້ອຍລົງເລື້ອຍໆ ຍິ່ງດົນໄປເມື່ອຢາກນອນກໍຈະບໍ່ຮູ້ສືກເຫງົານອນ, ແຕ່ນອນແລ້ວຕື່ນຍາກກໍຈະເກີດຂຶ້ນ, ບາງຄົນເຖິງຂັ້ນຮູ້ສຶກວ່າອາການນີ້ກະທົບກັບຄຸນນະພາບຊີວິດ.
ສຳລັບການແກ້ໄຂບັນຫາໂມງຮ່າງກາຍຄາດເຄື່ອນໃນເບື້ອງຕົ້ນເຮັດໄດ້ໂດຍຄ່ອຍໆປັບເວລານອນຕັ້ງໃຈນອນໄວຂຶ້ນ ຈາກທ່ຽງຄືນຫຍັບລົງມາເປັນ 23:00 ໂມງ ແລະ ຫລຸດລົງມາເປັນ 22:00 ໂມງຕາມລຳດັບ. ເພື່ອຊ່ວຍໃຫ້ຫລັບງ່າຍຂຶ້ນຄວນດື່ມນຳ້ອຸ່ນ ຫລື ນົມອຸ່ນ, ໂດຍກ່ອນນອນໃຫ້ໄປເຂົ້າຫ້ອງນຳ້ຍ່ຽວໃຫ້ຮຽບຮ້ອຍລວມທັງເຂົ້ານອນ – ຕື່ນນອນໃຫ້ເປັນເວລາ.
ແນວໃດກໍຕາມ, ຫາກແກ້ໄຂບັນຫາດ້ວຍຕົນເອງແລ້ວຍັງບໍ່ບັນລຸຜົນຄວນປຶກສາທ່ານໝໍຜູ້ຊ່ຽວຊານສະເພາະດ້ານເພື່ອຮັບການປິ່ນປົວ. ສ່ວນການໃຊ້ຢານອນຫລັບເຂົ້າຊ່ວຍນັ້ນບໍ່ຄວນໃຊ້ໂດຍປາສະຈາກການເບິ່ງແຍງຂອງແພດຜູ້ຊ່ຽວຊານ. ການນອນຫລັບທີ່ພຽງພໍ, ນອນເປັນເວລາ ນອກຈາກຈະບໍ່ກະທົບກັບການຫລັ່ງຮໍໂມນເມລາໂທນິນແລ້ວ ຍັງບໍ່ເຮັດໃຫ້ລະບົບຂັບຖ່າຍຜິດປົກກະຕິ, ຊ່ວຍໃຫ້ຜິວໜັງມີສຸຂະພາບດີ, ສະໝອງປອດໂປ່ງ ໂດຍສະເພາະເດັກນ້ອຍກຳລັງໃຫຍ່ ພໍ່ແມ່ຈຳເປັນຕ້ອງເບິ່ງແຍງເລື່ອງການນອນ ຢ່າປ່ອຍໃຫ້ນອນເດິກ, ອົດນອນ, ນອນບໍ່ພໍ ເພາະຈະສົ່ງຜົນຕໍ່ຄວາມສູງ ເຮັດໃຫ້ໂຕເຕ້ຍ, ການຮຽນຮູ້ດ້ອຍກ່ວາເດັກນ້ອຍທີ່ນອນເຕັມອີ່ມ.