ຟູ ຊະນະ ເບຣເຊລ ຜ່ານເຂົ້າຮອບ 16 ຄົນສຸທ້າຍສຊີງແຊ໊ມສະນຸກເກີໂລກ 2017
April 18, 2017 - 4:01 PM


ໃນເຊສຊັ່ນທີ 2 ມາໂກ ຟູ ຫຼິ້ນໄດ້ຢ່າງດີເດັ່ນຄ່ອຍໆໄລ່ຕາມຈົນມາສະເໝີກັນທີ 8-8 ເຟຣມ ແລະ ເຖິງວ່າ ເບຣເຊລ ຈະໄດ້ ເຟຣມທີ 17 ຂຶ້ນແທ່ນກ່ອນທີ 9-8 ເຟຣມ ແຕ່ ມາໂກ ຟູ ເບຣກ 85 ແລະ 65 ຄະແນນ ກວາດ 2 ເຟຣມສຸດທ້າຍ ແຊງກັບມາເອົາ ຊະນະໄດ້ຢ່າງດີເດັ່ນ 10-9 ເຟຣມ ໂດຍໃນຮອບ 16 ຄົນສຸດ ທ້າຍ ມາໂກ ຟູ ຈະລໍຖ້າພົບຜູ້ຊະ ນະລະຫວ່າງ ນີລ ໂຣເບິດສັນ ຈາກ ອອສເຕຣເລຍ ກັບ ນົບພົນ ແສງຄຳ ຈາກ ໄທ ຕໍ່ໄປ.
ຜົນຄູ່ອື່ນໃນວັນຈັນຜ່ານມາ ຊອນ ເມີຟີ ຈາກ ອັງກິດ ຊະນະ ຫຍານ ປິງເຕົາ 10-8 ເຟຣມ, ມາກ ອັລເລນ ຈາກ ໄອແລນເໜືອ ຊະນະ ຈິມມີ ໂຣເບິດສັນ ຈາກ ອັງກິດ 10-8 ເຟຣມ, ສະຈວດ ບິງແຮມ ຈາກ ອັງກິດ ຊະນະ ປີເຕີ ເອັບດອນ ຈາກ ອັງກິດ 10-5 ເຟຣມ, ຈອນ ຮິກກິນ ຈາກ ສະກອດ ນຳ ມາຕິນ ກູລ ຈາກ ອັງກິດ 7-2 ເຟຣມ, ຕິງ ຈຸນຮຸຍ ຈາກ ສປ.ຈີນ ນຳ ຈ້າວ ຢູຫຼົງ ຈາກ ສປ.ຈີນ 7-2 ເຟຣມ.