ຟີລິບປິນເລັ່ງຊື້ເຮລິກອບແຕ ຈາກຣັດເຊຍ ຫລື ຈີນ

ລັດຖະບານມະນິລາກຳລັງພິຈາລະນາຊື້ເຮລິກອບແຕຈາກປະເທດອື່ນ ລວມທັງຣັດເຊຍ ແລະ ຈີນ ພາຍຫລັງຍົກເລີກຂໍ້ຕົກລົງກັບການາດາທີ່ຂໍກວດສອບເຈດຕະນາຂອງກອງທັບຟີລິບປິນໃນການໃຊ້ງານ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟີລິບປິນ ໃນວັນທີ 13 ກຸມພາວ່າ: ທ່ານ ເດລຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ກ່າວໃນວັນທີ 12 ກຸມພາວ່າ: ລັດຖະບານມະນິລາກຳລັງພິຈາລະນາຂໍ້ສະເໜີຈາກບໍລິສັດຜະລິດອາວຸດຫລາຍແຫ່ງຂອງ ສ.ເກົາຫລີ, ຣັດເຊຍ, ຈີນ ແລະ ຕວກກີ ຕະຫລອດອີກຫລາຍປະເທດໃນພາກພື້ນ ເພື່ອສັ່ງຊື້ເຮລິກອບແຕຂະໜາດກາງສຳລັບໃຊ້ພາຍໃນກອງທັບ ແທນຂໍ້ຕົກລົງຈັດຊື້ເຮລິກອບແຕຮຸ່ນ 412 ອີພີໄອ ຈຳນວນ 16 ລຳ ຈາກບໍລິສັດເບລຂອງອາເມລິກາ ທີ່ຜ່ານການລົງນາມຮ່ວມກັບສຳນັກງານການຮ່ວມມືການຄ້າການາດາ (ຊີຊີຊີ).
The Philippines is looking at Russia and China as alternative suppliers of defense assets following the botched helicopter deal with Canada. More on Rappler's #ThewRap! https://t.co/K5JU2njtDu
— Rappler (@rapplerdotcom) February 13, 2018
Canada to review helicopter deal with Philippines – reports. There are concerns in Canada over how the 16 helicopters, worth around $235 million, will be used by the Philippine government. Read the full story: https://t.co/yJJyhkvtds pic.twitter.com/NzAyXBdU9K
— Rappler (@rapplerdotcom) February 8, 2018
ທັງນີ້, ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ມີຄຳສັ່ງໃນອາທິດຜ່ານມາ ຍົກເລີກຂໍ້ຕົກລົງດັ່ງກ່າວກັບການາດາ ທີ່ມີມູນຄ່າປະມານ 12.000 ລ້ານເປໂຊ ແລະ ກ່າວວ່າ: ການທີ່ກອງທັບຟີລິບປິນຈະນຳເຮລິກອບແຕທີ່ຊື້ມາແລ້ວໄປໃຊ້ໃນພາລະກິດໃດເປັນເລື່ອງຂອງຟີລິບປິນ, ຫລັງລັດຖະບານ ລອດຕາວາ ຂໍທົບທວນການຮ່ວມມືໃນຄັ້ງນີ້ ເນື່ອງຈາກຢ້ານວ່າກອງທັບຟີລິບປິນຈະນຳອາກາດສະຍານໄປໃຊ້ໃນປະຕິບັດການປາບປາມກອງກຳລັງຕິດອາວຸດໃນພາກໃຕ້ຂອງປະເທດ, ເຖິງວ່າກ່ອນໜ້ານີ້ ລັດຖະບານມະນິລາເຄີຍສັ່ງຊື້ເຮລິກອບແຕເບລຮຸ່ນດຽວກັນນີ້ມາແລ້ວ 6 ລຳ ລາຄາ 4.800 ລ້ານເປໂຊ ໃນປີ 2014.