ກຳມະການພັກລັດຖະບານອາຟຣິກາໃຕ້ ຂັບໄລ່ປະທານາທິບໍດີອອກຈາກຕຳແໜ່ງ
ແຫລ່ງຂ່າວໃນພັກສະມັດຊາແຫ່ງຊາດອາຟຣິກາ (ANC) ເຊິ່ງເປັນພັກລັດຖະບານອາຟຣິກາໃຕ້ ເປີດເຜີຍວ່າ: ຄະນະກຳມະການບໍລິຫານຕັດສິນໃຈຂັບໄລ່ປະທານາທິບໍດີ ຈາຄອບ ຊູມາ ພົ້ນຈາກຕຳແໜ່ງປະມຸກແຫ່ງລັດແລ້ວ ຫລັງຈາກປະຊຸມດົນ 13 ຊົ່ວໂມງ.
President #JacobZuma is said to have rejected an ultimatum to resign within 48 hours. Reports suggest #Zuma requested to stay on for 3 more months. The NEC has reportedly rejected that… @SABCNewsOnline
— Leanne Manas (@LeanneManas) February 13, 2018
ແຫລ່ງຂ່າວເປີດເຜີຍວ່າ: ກອງປະຊຸມມີຂຶ້ນຫລັງຈາກທ່ານ ຊີຣິລ ຣາມາໂຟຊາ ຮອງປະທານາທິບໍດີ ກັບຈາກການເຈລະຈາກັບທ່ານ ຊູມາ ຄະນະກຳມະການພັກ ຕັດສິນໃຈຂັບໄລ່ທ່ານ ຊູມາ ຈາກຕຳແໜ່ງແລ້ວແຕ່ຍັງບໍ່ໄດ້ແຈ້ງໃຫ້ທ່ານຮູ້. ສ່ວນສະຖານີໂທລະພາບຂອງອາຟຣິກາໃຕ້ (SABC) ລາຍງານອ້າງແຫລ່ງຂ່າວວ່າ: ຄະນະກຳມະການບໍລິຫານພັກໃຫ້ເວລາທ່ານ ຊູມາ ລາອອກໃນ 48 ຊົ່ວໂມງ.
#ZumaExit – Paul Mashatile, ANC Treasurer General, speaking about President Jacob Zuma: "In my view, there is only one decision, that the President of the Republic must now give way.” Here's what else Mashatile said… Courtesy #DStv403 pic.twitter.com/hCQryKeAlG
— eNCA (@eNCA) February 8, 2018
ທັງນີ້ນັບແຕ່ທ່ານ ຣາມາໂຟຊາ ຊະນະນາງ ໂກຊາຊານາ ລາມິນິ ຊູມາ ອະດີດພັນລະຍາທ່ານ ຊູມາ ໃນການຊີງຕຳແໜ່ງຫົວໜ້າພັກ ANC ໃນເດືອນທັນວາ, ທ່ານ ຊູມາ ເຊິ່ງດຳລົງຕຳແໜ່ງປະທານາທິບໍດີມາແຕ່ປີ 2009 ແລະ ພົວພັນຄະດີຫລາຍເລື່ອງ ຈຶ່ງຖືກລູກພັກກົດດັນໃຫ້ລາອອກກ່ອນຈະຄົບວາລະສະໄໝທີ 2 ໃນກາງປີໜ້າ ເນື່ອງຈາກທ່ານ ຣາມາໂຟຊາ ຍົກນະໂຍບາຍກວາດລ້າງການສໍ້ລາດບັງຫລວງ ແລະ ຟື້ນຟູເສດຖະກິດອາຟຣິກາໃຕ້ທີ່ມີຂະໜາດໃຫຍ່ເປັນອັນດັບສອງຂອງພາກພື້ນຮອງຈາກນີເຊຣີ.