ການຜະລິດລະດູແລ້ງໃນທົ່ວປະເທດສໍາເລັດເປັນສ່ວນໃຫຍ່
ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ແຜນການຜະລິດລະດູແລ້ງໃນປີນີ້, ໄດ້ກໍານົດໄວ້ວ່າທົ່ວປະເທດຈະຕ້ອງປູກເຂົ້ານາແຊງໃຫ້ໄດ້ທັງໝົດ 90.350 ເຮັກ, ຄາດຄະເນຜົນຜະລິດປະມານ 475.000 ໂຕນ ແລະ ສະມັດຕະພາບການຜະລິດໃຫ້ບັນລຸຢ່າງໜ້ອຍ 5 ໂຕນຕໍ່ເຮັກຕາ. ສ່ວນການປູກພືດລະດູແລ້ງແມ່ນ 177.100 ເຮັກຕາ ແລະ ມາຮອດປັດຈຸບັນ, ຊາວກະສິກອນຫລາຍທ້ອງຖິ່ນໃນທົ່ວປະເທດໄດ້ສໍາເລັດການປັກດໍານາແຊງແລ້ວກວ່າ 80% ແລະ ການປູກພືດລະດູແລ້ງສໍາເລັດແລ້ວ 78.800 ເຮັກຕາ. ໃນນັ້ນພືດທີ່ປູກຫລາຍກວ່າໝູ່ແມ່ນພືດຜັກຕ່າງໆຈໍານວນ 25.290 ເຮັກຕາ, ໝາກໄມ້ຕ່າງໆກວ່າ 15.830 ເຮັກຕາ, ສາລີແຂງ 8.420 ເຮັກຕາ ແລະ ອ້ອຍ 7.000 ກວ່າເຮັກຕາ. ໃນນັ້ນທ້ອງຖິ່ນທີ່ປະຕິບັດໄດ້ດີກວ່າໝູ່ແມ່ນແຂວງໄຊຍະບູລີ, ຫລວງນ້ຳທາ, ແຂວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ, ເນື່ອງຈາກຊາວກະສິກອນສ່ວນຫລາຍມີຄວາມຫ້າວຫັນ ແລະ ກະຕືລືລົ້ນໃນການຜະລິດເປັນສີນຄ້າສ້າງລາຍຮັບ ເພື່ອພັດທະນາເສດຖະກິດຄອບຄົວດີຂຶ້ນ, ບວກກັບສະພາບເນື້ອທີ່ທໍາການຜະລິດ, ການສະໜອງນໍ້າ ແລະ ສະພາບດິນ ຟ້າອາກາດໄດ້ເອື້ອອໍານວຍຕໍ່ການຜະລິດເປັນຢ່າງດີ ແລະ ໃນຕໍ່ໜ້ານີ້, ຈະສືບຕໍ່ຕິດຕາມຊຸກຍູ້ຂະແໜງຊົນລະປະທານຢູ່ແຕ່ລະທ້ອງຖິ່ນເອົາໃຈໃສ່ສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງໃຫ້ບັນລຸຕາມແຜນ, ພ້ອມທັງຕິດຕາມການປ່ຽນແປງດິນຟ້າອາກາດຢ່າງໃກ້ຊິດ ເພື່ອແຈ້ງເຕືອນໃຫ້ຊາວກະສິກອນໄດ້ຮັບຊາບເປັນປົກກະຕິ ແລະ ມີວິທີປ້ອງກັນຜົນລະປູກ ແລະ ສັດລ້ຽງບໍ່ໃຫ້ເສຍຫາຍ.