ທຄຕລ ສາຂາຄໍາມ່ວນ ພ້ອມໃຫ້ການບໍລິການສັງຄົມ

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ຄໍາມ່ວນ ເປັນອີກໜຶ່ງສາຂາ ທຄຕລ ທີ່ໄດ້ມີການພັດທະນາ ການບໍລິການທີ່ທັນສະໄໝ ແລະ ມີຜະລິດຕະພັນຫຼາກຫຼາຍຕາມທິດທາງ ແຜນການຂອງ ທຄຕລ ສໍານັກງານໃຫຍ່ວາງອອກ ໂດຍສະເພາະ ແມ່ນໄດ້ອໍານວຍຄວາມສະດວກ, ສະບາຍໃຫ້ແກ່ຜູ້ປະກອບການ ແລະ ປະຊາຊົນຊາວແຂວງຄໍາມ່ວນໃນການດໍາເນີນທຸລະກິດ, ການດໍາລົງ ຊີວິດ ເຊິ່ງໃນປັດຈຸບັນໄດ້ເລັ່ງໃສ່ຂະຫຍາຍໜ່ວຍບໍລິການ, ຕູ້ ATM, ການຫຼຸດຜ່ອນການບໍ່ນໍາໃຊ້ເງິນສົດ… ແລະມີຄວາມພ້ອມຮັບໃຊ້ສັງ ຄົມ ພິເສດຮັບໃຊ້ປີທ່ອງທ່ຽວລາວ ປີ 2018; ທັງນີ້ເພື່ອຄວາມສະດວກ, ວ່ອງໄວ, ປອດໄພ, ທັນສະໄໝ, ກວດສອບໄດ້ ແລະ ໄດ້ມາດຕະ ຖານສາກົນ ໂດຍຄໍານຶງເຖິງຄວາມຕ້ອງການຂອງລູກຄ້າ ບົນພື້ນຖານຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອໃຫ້ລູກຄ້າ ແລະ ສັງຄົມຮັບປະ ໂຫຍດສູງສຸດ.
ທ່ານ ອານຸວັນ ຫຼວງສີວິໄລ ຮອງຫົວໜ້າ ທຄຕລ ສາຂາ ຄໍາມ່ວນ ໄດ້ແຈ້ງໃຫ້ຮູ້ວ່າ: ປີ 2018 ເປັນປີທ່ອງທ່ຽວລາວ, ສໍາລັບ ທຄຕລ ສາຂາ ຄໍາມ່ວນ ໄດ້ສ້າງຫຼາຍເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ສັງຄົມກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມແຂວງຄໍາມ່ວນ ເຊິ່ງແຂວງພວກເຮົາມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ທີ່ໜ້າປະທັບໃຈ ແລະ ດ້ວຍການຫຼິງເຫັນບັນຫາດັ່ງ ກ່າວ ທຄຕລ ສາຂາ ຄໍາມ່ວນ ຈຶ່ງໄດ້ພັດທະນາການບໍລິການໃຫ້ດີທີ່ສຸດ ຕິດພັນກັບການແລກປ່ຽນ ແລະ ໃນຂະນະນີ້ໄດ້ມີການສ້າງ ແລະ ຂະຫຍາຍໜ່ວຍບໍລິການໄປຍັງທ້ອງຖິ່ນຕ່າງໆ, ຢູ່ເຂດໃດ ບໍ່ມີໜ່ວຍບໍລິການພວກເຮົາກໍຕັ້ງຕູ້ ATM ໂດຍສະເພາະຢູ່ດ່ານສາກົນ ນາເພົ້າ, ເມືອງ ບົວລະພາ ເປັນເຂດຫ່າງໄກ ກໍມີຕູ້ ATM ເຊິ່ງເຮັດໃຫ້ລະບົບການຊໍາລະອາກອນຢູ່ດ່ານວ່ອງໄວ, ງ່າຍດາຍ ແລະ ການເບີກຈ່າຍເງິນ ເດືອນພະນັກງານ, ລັດຖະກອນ, ກໍາມະກອນ ຕາມນະໂຍບາຍຂອງລັດຖະບານຢ່າງເປັນປົກກະຕິ; ນອກນັ້ນ ຍັງໄດ້ປະກອບສ່ວນເຜີຍ ແຜ່ ແລະ ເກັບເງິນຄ່າທໍານຽມທາງໄດ້ຕາມລະດັບຄາດໝາຍ ອັນໄດ້ເຮັດໃຫ້ເງິນທຸກກີບເຂົ້າໂດຍກົງບັນຊີຄັງເງິນ ໂດຍບໍ່ຄ້າງຢູ່ບັນຊີທະນາ ຄານ ແລະທັງສາມາດກວດສອບໄດ້ຫຼາຍຊ່ອງທາງ ນັບທັງໂທລະສັບ.
ປັດຈຸບັນ ໂດຍລວມທົ່ວແຂວງ ໄດ້ມີການນໍາໃຊ້ເງິນກີບເຂົ້າໃນການຈັບຈ່າຍຊື້-ຂາຍ ແລະ ດໍາເນີນທຸລະກໍາການເງິນສູງຂຶ້ນກວ່າ ເກົ່າ; ຂະນະດຽວກັນກໍໄດ້ປະກອບສ່ວນເຂົ້າໃນການຄຸ້ມຄອງເງິນຕາຕ່າງປະເທດ; ສຸມໃສ່ໂຄສະນາບັນຫາການຫຼຸດຜ່ອນການນໍາໃຊ້ເງິນສົດ ໃຫ້ຫຼາຍດ້ວຍການນໍາໃຊ້ລະບົບເອເລັກໂທຣນິກບົນພື້ນຖານຄວາມປອດໄພ ແລະໄດ້ມາດຕະຖານສາກົນ, ຫຼາຍຜະລິດຕະພັນຂອງ ທຄຕ ລ ເປັນທີ່ຍອມຮັບ, ນໍາໃຊ້ຢ່າງແຜ່ຫຼາຍຈາກສັງຄົມ ບໍ່ວ່າຈະເປັນບັດ ATM, SMS Banking, i-Bank, BCEL One ແລະ ອື່ນໆ; ສໍາລັບຜະລິດຕະພັນໃໝ່ BCEL Onepay ເປັນຜະລິດຕະພັນ ທີ່ໃຊ້ເພື່ອການຊໍາລະຄ່າສິນຄ້າ ແລະບໍລິການຕ່າງໆຜ່ານ QR Code ພຽງ ມີ BCEL One ແລະ ອິນເຕີເນັດ ກໍ່ສາມາດຊໍາລະໄດ້, ຊ່ວຍສົ່ງເສີມຫຼຸດຜ່ອນການນໍາໃຊ້ເງິນສົດໃນການຊໍາລະຄ່າສິນຄ້າ ແລະ ບໍລິ ການ, ປະຢັດເວລາ ເໝາະສຳລັບທຸລະກິດຫ້າງຮ້ານຂະໜາດນ້ອຍ ແລະ ກາງມີຄວາມສະດວກ, ວ່ອງໄວ, ປອດໄພ, ຕົ້ນທຶນຕໍ່າ, ບໍ່ເສຍຄ່າ ທໍານຽມ, ຈ່າຍຕາມລາຄາສິນຄ້າຕົວຈິງ ແລະ ສາມາດກວດສອບໄດ້ ແລະ ຜະລິດຕະພັນ Onepay ທຄຕລ ສາຂາ ຄໍາມ່ວນ ໄດ້ຮັບການ ຈັດຕັ້ງປະຕິບັດ ໂດຍສະເພາະໄດ້ໂຄສະນາວຽກງານດັ່ງກ່າວຢູ່ງານນະມັດສະການພຣະທາດສີໂຄດຕະບອງໃນທ້າຍເດືອນມັງກອນຜ່ານມາ ແລະ ແຫ່ງອື່ນໆ ເຊິ່ງມີການຕອບຮັບເປັນຢ່າງດີຈາກສັງຄົມ.
ໃນ 9 ເດືອນ 2017 ຜ່ານມາ, ທຄຕລ ສາຂາ ຄໍາມ່ວນ ສາມາດລະດົມເງິນຝາກໄດ້ທັງໝົດ 973.04 ຕື້ກີບ ແລະໃນຂະນະດຽວ ກັນ ສາມາດປ່ອຍກູ້ມີຍອດສິນເຊື່ອທັງໝົດ 145,77 ຕື້ກີບ ເຊິ່ງຜົນສໍາເລັດດັ່ງກ່າວ ກ່ອນອື່ນໝົດແມ່ນຍ້ອນການຊີ້ນໍາ ນໍາພາຂອງອົງຄະ ນະພັກ-ອໍານາດການປົກຄອງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະໄດ້ຮັບການຊີ້ນໍາໂດຍກົງທາງດ້ານວິຊາສະເພາະຈາກຄະນະ ອໍານວຍການ ທຄຕລ ສໍານັກງານໃຫຍ່ກໍຄືຈິດໃຈບຸກບືນຂອງພະນັກງານຂັ້ນນໍາ-ຂັ້ນວິຊາການ ທຄຕລ ສາຂາຄໍາມ່ວນ ຈຶ່ງສາມາດຍາດໄດ້ ຜົນງານດ້ານຕ່າງໆ, ປັດຈຸບັນ ທຄຕລ ສາຂາ ຄໍາມ່ວນ ພວມຕັ້ງໜ້າເຂົ້າໃນການພັດທະນາ ແລະ ບໍລິການຮັບໃຊ້ປະຊາຊົນ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ ຕາມແນວທາງຂອງພັກ ແລະ ລັດຖະບານ.