ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​

ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ - 4 1 - ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​
ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ - kitchen vibe - ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​

ກອງ​ປະຊຸມ​ປືກສາຫາລື​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ພາກ​ໄດ້ຈັດຂຶ້ນໃນ​ວັນ​ທີ 12-16 ກຸມພານີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ຄຳ​ສານ ສຸ​ວົງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ເພື່ອເຂົ້າໃຈ ແລະ ເຊື່ອມຊຶມ​ມະຕິ​ເລກທີ 032/ກມສພ ​ແລະ ມະຕິ​ເລກທີ 030/ກມສພ ຂອງກົມການເມືອງວ່າ​ດ້ວຍ​ມາດຕະຖານ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ພ້ອມທັງກໍານົດຕຳ​ແໜ່​ງບໍລິຫານ​ຂອງ​ລັດຖະກອນອົງການ​ໄອ​ຍະ​ການ​ປະຊາຊົນ, ເພື່ອ​ກະກຽມ​ສ້າງບຸກຄະລາ​ກອນ​ນໍາພາ-ຄຸ້ມຄອງແບບ​ເປີດ​ກວ້າງ ແນໃສ່ຕອບ​ສະໜອງຄວາມຕ້ອງການຂອງວຽກງານນັບທັງ​ດ້ານປະລິມານ ແລະ ຄຸນ​ນະພາ​ບ​ທີ່​ເໝາະ​ສົມ ​​ຕາມ​ສຽງ​ສ່ວນ​ຫລາຍ, ເພື່ອຮັບປະກັນ​ຄວາມ​ຖືກຕ້ອງ​ໂປ່​ງ​ໃສ, ພາວະ​ວິ​ໄສ, ຮອບດ້ານ, ຍຸຕິ​ທຳ, ມີການ​ປະກອບສ່ວນຂອງທຸກ​ເພດ, ​ເຜົ່າ ​ແລະ ​ເລັ່ງ​ໃສ່ສ້າງ​ພະນັກງານ​ໜຸ່ມ​ໃຫ້​ກວມ​ເອົາ​ອັດຕາ​ສ່ວນ​ຫລາຍເພື່ອ​ຫັນ​​ສູ່​ຄວາມ​ກ້າວໜ້າ ​ແລະ ທັນ​ສະ​ໄໝ​ຮອບດ້ານທັງ​ໃນສະເພາະໜ້າ ​ແລະ ຍາວນານ.

ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ຮູ້ວ່າ: ການກໍານົດ​ເປົ້າໝາຍ​ພະນັກງານເພື່ອ​ບຳລຸງ-ກໍ່ສ້າງ ​ແລະ ບັນຈຸ​ເຂົ້າ​ໃສ່​ຕໍາ​ແໜ່​ງງານ​ຕ່າງໆຢ່າງມີປະສິດທິຜົນ, ຈະສາມາດ​ຮັບປະກັນການສ້າງພະນັກງານ​​ສືບ​ທອດ​ຕໍ່​ເນື່ອງ ​ແລະ ​ມີ​ຄວາມ​ໜັກ​ແໜ້ນ​ທາງດ້ານ​ຄຸນ​ທາດ​ການ​ເມືອງ, ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້-ຄວາມ​ສາມາດ, ທັງ​ເປັນ​ວິທີ​ການ​​ສຳຄັນ​ເພື່ອ​ຫັນ​ວຽກ​ງານ​ພະນັກງານ​ເຂົ້າສູ່​ລະບຽບ​​ແບບ​ແຜນດີຂຶ້ນ.

 

ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ - 5 - ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​
ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ - 4 - ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​
ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ - 3 - ອົງການໄອຍະການສູງສຸດຫາລືການ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ​