ຈະສ້າງໂຮງໝໍເອກະຊົນລະດັບສາກົນຢູ່ນະຄອນຫລວງວຽງຈັນ

ພິທີຖະແຫລງຂ່າວກຽມສ້າງໂຮງໝໍເອກະຊົນລະດັບສາກົນຢູ່ນະຄອນຫລວງວຽງຈັນໄດ້ມີຂຶ້ນໃນວັນທີ 13 ກຸມພານີ້, ຢູ່ໂຮງແຮມຄຣາວພລາຊາ ໂດຍທ່ານ ສະເຫລີມ ຫານພານິດ ປະທານບໍລິຫານໂຮງໝໍກະເສມຣາດ ອິນເຕີເນເຊີນນໍວຽງຈັນ ແລະ ທ່ານນາງ ວາລີ ເວດສະພົງ ຮອງອຳນວຍການໂຮງໝໍດັ່ງກ່າວ, ຊຶ່ງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍດັ່ງກ່າວມີຊື່ວ່າ: ກະເສມຣາດ ອິນເຕີເນເຊີນນໍ ວຽງຈັນ, ປັດຈຸບັນແມ່ນຢູ່ໃນຂັ້ນຕອນການກະກຽມເອກະສານ ແລະ ຕິນິກຳທີ່ກ່ຽວຂ້ອງເພື່ອຂໍອະນຸຍາດໃນການປຸກສ້າງ ຊຶ່ງຈະແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ວຍທຶນຈົດທະບຽນ 120 ຕື້ກີບ, ໄລຍະທຳອິດຄາດວ່າຈະລົງມືກໍ່ສ້າງໃນປີ 2020 ນີ້, ລວມມູນຄ່າການກໍ່ສ້າງທັງ 2 ໄລຍະປະມານ 60 ລ້ານໂດລາສະຫະລັດ ຫລື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫລັງ, ສູງ 7-12 ຊັ້ນ, ມີ 38 ຫ້ອງກວດ 254 ຕຽງນອນ, ມີຫໍພັກຂອງຄະນະແພດຈາກປະເທດໄທ, ຮ້ານອາຫານ ແລະ ສະຖານທີ່ຈອດລົດ 500 ຄັນ ລວມເນື້ອທີ່ 3 ເຮັກຕາ, ຢູ່ບ້ານດອນນົກຂຸ້ມ ເມືອງສີສັດນະນາກນະຄອນຫຼວງວຽງຈັນ. ເມື່ອສ້າງສຳເລັດຈະເປັນໂຮງໝໍ ແຫ່ງທຳອິດຂອງ ສປປ ລາວ ທີ່ໃຫ້ບໍລິການປິ່ນປົວພະຍາດແບບຄົບວົງຈອນ ແລະ ເປັນໂຮງໝໍທີ່ໄດ້ມາດຕະຖານໃນລະດັບອາຊຽນ ແລະ ສາກົນ, ພ້ອມກັນນີ້, ຍັງຈະເປັນການຊ່ວຍພັດທະນາວຽກງານສາທາລະນະສຸກ ແລະ ບຸກຄະລາກອນວົງການແພດຂອງລາວມີຄຸນນະພາບດີຂຶ້ນ ແລະ ເປັນໂຄງການ ແບບຢ່າງໃຫ້ນັກລົງທຶນຕ່າງປະເທດຫັນເຂົ້າມາທົງທຶນໃນຂົງເຂດວຽກງານສາທາລະນະສຸກຢູ່ລາວຫລາຍຂຶ້ນ.