6 ສ 3 ຫລຸດ ສ້າງວຽງຈັນເປັນເມືອງເອກ

ໂດຍ: ທິດກ່ຳ
ເວົ້າເຖິງການສ້າງນະຄອນຫລວງວຽງຈັນ ເປັນເມືອງເອກ ຂອງປະເທດໄດ້ຜ່ານພົ້ນມາ ຫລາຍຍຸກຫລາຍສະໄໝ ແລະ ຖ້າຈະເວົ້າເຖິງອາຍຸໄຂຂອງນະ ຄອນຫລວງເຮົາແລ້ວກໍປະມານ 450 ກວ່າປີ. ຕາມປະຫວັດສາດ ໄດ້ກ່າວໄວ້ວ່າ: ໃນໄລຍະລາຊະ ການຂອງເຈົ້າອານຸວົງນະຄອນ ຫລວງວຽງຈັນເຮົາຖືກສະ ຫຍາມເຂົ້າມາເຜົາຜານຈົນຮາບ ກ້ຽງປານໜ້າກອງໄຊ. ບັນດາຫໍ ປະສາດ ລາດຊະວັງ, ຕຶກອາຄານ ສຳນັກງານອົງການ, ຫ້າງຮ້ານ ແລະ ເຮືອນຊານບ້ານຊ່ອງທີ່ ພວມມີຄວາມຈະເລີນຮຸ່ງເຮືອງ ໄດ້ ຖືກທະຫານສະຍາມທັບມ້າງ ແລະ ເອົາໄຟຈູດທຳລາຍກ້ຽງ. ວັດຖຸຊັບສິນອັນມີຄ່າຢ່າງມະຫາ ສານ, ນັບທັງປະຊາຊົນພົນລະ ເມືອງໄດ້ຖືກປຸ້ນ ແລະ ບັງຄັບ ກວາດຕ້ອນໄປເປັນຂ້າທາດໃຫ້ ແກ່ສະຍາມ ຢ່າງແສນໂຫດ ແລະ ເຫລືອຄະນານັບ. ສິ່ງທີ່ເຫລືອ ຈາກຊາກສະລັກຫັກຟັງທີ່ຍັງຄົງ ໃຫ້ເຫັນ ໃນປັດຈຸບັນກໍມີພຽງພະ ທາດຫລວງ, ຫໍພະແກ້ວ, ວັດສີ ສະເກດ ແລະ ວັດວາອາຮາມ ຈຳ ນວນໜຶ່ງເທົ່ານັ້ນ. ຕາມທິດກ່ຳ ຄິດ, ຖ້າຫາກວຽງຈັນເຮົາບໍ່ຖືກ ເຜົາຜານໃນອາດີດຕະການຜ່ານ ມາອາດມີຄວາມຈະເລີນຮຸ່ງ ເຮືອງ ແລະ ສວຍງາມຫລາຍ ກວ່ານີ້. ສ່ວນບັນດາຕຶກອາຄານ ທີ່ໄດ້ຮັບການກໍ່ສ້າງຂຶ້ນມາໃໝ່ ແທນໃນ ບາງຫລັງ, ບາງບ່ອນ ທີ່ ເປັນເອກະ ລັກຂອງພວກຕາເວັນ ຕົກແມ່ນ ຫາກໍໄດ້ຮັບການກໍ່ສ້າງ ໃນຍຸກຂອງຝຣັ່ງໄດ້ເຂົ້າມາຢຶດ ເອົາອິນດູຈີນ ແລ້ວກໍມາຍາດ ແຍ່ງແບ່ງປັນດິນແດນກັນກັບສະ ຫຍາມ, ວຽງຈັນເຮົາ ຈຶ່ງບໍ່ຖືກລຶບ ຊື່ ແລະ ໄດ້ພື້ນຕົວມາທີ່ເລັກລະ ໜ້ອຍຈົນເຖິງປັດຈຸບັນ. ນີ້ຄືຊາ ຕາກຳທາງປະຫວັດສາດ ຫລື ວ່າ ຊາຕາອາພັບຂອງນະຄອນ ຫລວງວຽງຈັນພວກເຮົາໃນ ເສັ່ນ ຫລານ, ເສັ່ນຫຼ້ອນທີ່ມີໃຫ້ເຫັນ ໃນຍຸກປັດຈຸບັນ.
+ ນະຄອນຫລວງວຽງຈັນຈັດງານສົ່ງທ້າຍປີເກົ່າ ແລະ ເປີດປີທ່ອງທ່ຽວ
+ ໃຫ້ 3 ຫລຸດນະຄອນຫລວງວຽງຈັນປາກົດຜົນເປັນຈິງ
ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍມາໄດ້ 10 ປີ ທິດກ່ຳ ໄດ້ຖືກຊັບຊ້ອນໃຫ້ມາ ເຮັດວຽງຢູ່ນະຄອນຫລວງວຽງຈັນ. ສິ່ງທີ່ໄດ້ເຫັນ ແລະ ຈົດຈຳ ໃນເວລານັ້ນເສັ້ນທາງທີ່ໃຫຍ່ ກວ່າໝູ່ແມ່ນຖະໜົນລ້ານຊ້າງ (ຖະໜົນໄກສອນ ພົມວິຫານ ໃນປັດຈຸບັນ)ແມ່ນຍາວຢຽດ ແຕ່ປະຕູໄຊໄປ ຮອດບ້ານດອນ ໜູນ ແລະ ທັງເປັນທາງແຄບ ສ່ວນວ່າແຕ່ຄ່າດອນໜູນຕອນ 13 ໃຕ້ເຖິງປາກຊັນ, ທ່າແຂກ, ສະຫວັນແມ່ນຍັງເປັນທາງດິນ ແດງຂີ້ຝຸ່ນໄງ້ກຸ້ມ. ທາງດ້ານ 13 ເໜືອ ແຕ່ຄ່າທົ່ງປົ່ງຂຶ້ນ ໄປເໜືອ ກໍຍັງເປັນທາງດິນແດງ ແລະ ແຕ່ຄ່າຈິນາຍໂມ້ໄປທາງທ່າ ເດື່ອ ກໍຍັງເປັນທາງດິນແດງ. ສ່ວນ ວ່າຕຶກອາຄານ, ຫ້າງຮ້ານ ແລະ ເຮືອນຊານບ້ານຊ່ອງແມ່ນຍັງ ເປັນສີສັນຂອງຕົວເມືອງ ນ້ອຍໆ ຢູ່. ແຕ່ມາຮອດປັດຈຸບັນ, ພວກ ເຮົາມາວາດພາບເບິ່ງວ່າພຽງ ແຕ່ 30 ກວ່າປີ, ນະຄອນຫລວງ ວຽງຈັນເຮົາຈະເລີນຮຸ່ງເຮືອງ ສ່ຳນີ້ກໍຖືວ່າໄວວາສົມຄວນ. ຕາມເຮົາວ່າ, ບໍ່ພຽງແຕ່ຢູ່ນະ ຄອນຫລວງວຽງຈັນ, ທີ່ມີຄວາມ ຈະເລີນ ແລະ ພັດທະນາ; ເວົ້າໄດ້ ວ່າໃນທົ່ວປະເທດໄດ້ມີການ ປ່ຽນ ແປງຢ່າງໃຫຍ່ຫລວງດັ່ງພວກ ເຮົາໄດ້ສຳພັດຕົວຈິງ ແລະ ເຫັນ ໃນສະພາບປັດຈຸບັນ.
ຕາມທິດກ່ຳວ່າ: ສາເຫດ ຫລັກໆ ທີ່ເຮັດໃຫ້ນະຄອນຫລວງ ວຽງຈັນມີຄວາມຈະເລີນຮຸ່ງ ເຮືອງກ້າວໄປເລື້ອຍໆກໍແມ່ນ ຊາວນະຄອນຫລວງກໍຄືປວງຊົນລາວທັງຊາດເປັນຜູ້ສ້າງສາ ແລະ ພັດທະນາມັນຂຶ້ນມາ ແລະ ສິ່ງທີ່ ຂາດບໍ່ໄດ້ອີກອັນໜຶ່ງກໍແມ່ນການຊີ້ນຳ-ນຳພາຂອງພັກ ແລະ ລັດ ຖະບານກໍຄືການນຳຂອງນະ ຄອນຫລວງໄດ້ພ້ອມກັນເອົາໃຈ ໃສ່ຢ່າງບໍ່ລົດລະພິເສດ, ໃນໄລຍະ 5 ປີ, 10 ປີມານີ້, ທາງການນຳ ນະຄອນຫລວງໄດ້ມີແຜນສ້າງ ນະຄອນຫລວງຕາມຄຳຂວັນ 6 ສໍຄື: ສ ສະຫງົບ, ສ ສີຂຽວ, ສ ສີວິໄລ, ສ ສະຫວ່າງ, ສ ສະເໜ່ ແລະ ສ ສະອາດ; ຕໍ່ມາໃນຕົ້ນປີ 2018 ກໍແມ່ນ 3 ຫລຸດທີ່ໄດ້ປະ ກາດຕໍ່ໜ້າສັງຄົມວ່າ: ອັນທີ ໜຶ່ງຈະຫລຸດຜ່ອນດ້ານອຸປະຕິ ເຫດໃນຖະໜົນ, ອັນສອງມາ ແມ່ນຢາເສບຕິດ ແລະ ອັນສາມ ກໍແມ່ນດ້ານອັກຄີໄພ. ທິດກ່ຳ ຂໍຊົມເຊີຍການນຳນະຄອນ ຫລວງທີ່ມີວິໄສ ທັດຢ່າງຊັດແຈ້ງ ຈິງຈັງ ແລະ ຊັດເຈນ ກໍຂໍໃຫ້ຄຳ ຂວັນ 6 ສ ກັບແຜນ 3 ຫລຸດຈົ່ງ ປະກົດຜົນເປັນຈິງ, ກົງກັນຂ້າມ ຖ້າຫາກເຮັດບໍ່ໄດ້ຕາມທີ່ວ່າ 6 ກໍ ຈະພາກັນຕົກສັງວຽນຍ້ອນຕີ ມວຍບໍ່ສົມສັກສີ./.