ຮອງນາຍົກລັດຖະມົນຕີລົງຊຸກຍູ້ການເກັບລາຍຮັບຢູ່ແຂວງຊຽງຂວາງ
ໃນວັນທີ 12 ກຸມພານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການຈັດເກັບລາຍຮັບຂອງແຂວງຊຽງຂວາງ, ໂດຍການຕ້ອນຮັບຈາກທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງ, ມີພະແນກການເງິນ, ພ້ອມດ້ວຍພະນັກງານຫລັກແຫລ່ງດ້ວຍຄວາມອົບອຸ່ນ.
ໂອກາດນີ້, ທ່ານຫົວໜ້າພະແນກການເງິນແຂວງໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍປະຈຳສົກປີ 2017 ແຂວງຖືເອົາວຽກງານການເມືອງແນວຄິດເນັ້ນໃຫ້ພະນັກງານການເງິນເອົາໃຈໃສ່ປະຕິບັດຂໍ້ຫ້າມພະນັກງານລັດຖະກອນຂະແໜງການເງິນ, ຄຳສັ່ງວ່າດ້ວຍການປະຢັດມັດທະຍັດ ແລະ ບັນຫາອື່ນໆ. ອັນໄດ້ຊ່ວຍໃຫ້ແຂວງສາມາດຈັດເກັບລາຍຮັບໄດ້ 122 ຕື້ກວ່າກີບ, ເທົ່າກັບ 104% ຂອງແຜນດັດແກ້. ລາຍຮັບດັ່ງກ່າວ ແມ່ນໄດ້ມາຈາກຂະແໜງສ່ວຍສາອາກອນກວມເອົາ 93% ແລະ ຂະແໜງຊັບສິນກວມເອົາ 7%, ລາຍຮັບທ້ອງຖິ່ນທຽບໃສ່ປີຜ່ານມາເພີ່ມຂຶ້ນ 22 ຕື້ກວ່າກີບ, ສ່ວນລາຍຮັບພາສີແມ່ນເປັນລາຍຮັບທີ່ກ້າວກະໂດດຂັ້ນ.
ແນວໃດກໍຕາມ, ເຖິງແມ່ນວ່າການຈັດເກັບລາຍຮັບຂອງແຂວງມີລັກສະນະເພີ່ມຂຶ້ນ ແຕ່ຍັງເປັນແຂວງທີ່ຂາດດຸນທາງດ້ານງົບປະມານມີຈຳນວນ 290 ຕື້ກີບໃນປີ 2017, ການສະໜອງລາຍຈ່າຍທ້ອງຖິ່ນສາມາປະຕິບັດໄດ້ພຽງ 30%.
ສໍາລັບສົກປີ 2018 ນີ້, ແຂວງຊຽງຂວາງຈະເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ 140 ຕື້ກ່ວາກີບ, ພ້ອມທັງຊຸກຍູ້ໃຫ້ພະນັກງານ-ລັດຖະກອນເລັ່ງໃສ່ບັນດາໜ້າວຽກທີ່ເປັນຈຸດສຸມເຊັ່ນ: ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ເປັນບັນຫາສຳຄັນ ແລະ ສືບຕໍ່ສຳຫລວດຂໍ້ມູນບັນດາຫົວໜ່ວຍທຸລະກິດຄືນໃໝ່ໃຫ້ລະອຽດ ແລະ ຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດຢ່າງເຂັ້ມງວດ.
ໂອກາດນີ້, ທ່ານຮອງນາຍົກ ສົມດີ ດວງດີ ເນັ້ນໃຫ້ແຂວງກວດຄືນຖານລາຍຮັບຄືນໃໝ່ໃນທຸກໆຫົວໜ່ວຍທຸລະກິດ, ໂດຍສະເພາະແມ່ນໃນຂົງເຂດ ທີ່ຍັງບໍ່ທັນໄດ້ຕາມຄາດໝາຍ. ສຳລັບຫົວໜ່ວຍທຸລະກິດໃຫ່ຍທີ່ເຂົ້າລະບົບບັນຊີແລ້ວຄວນກວດຄືນເປັນແຕ່ລະໄລຍະ ແລະ ຕ້ອງໄດ້ຊີ້ແຈງໃຫ້ຜູ້ປະກອບການປະຕິບັດຕາມລະບຽບກົດໝາຍ, ອາໄສຄວາມຮ່ວມມືສະໜັບສະໜູນຈາກທຸກພາກສ່ວນກ່ຽວຂ້ອງ ເພື່ອຫັນອາກອນໄປສູ່ລະບົບທັນສະໄໝໃຫ້ມີບາດກ້າວກະໂດດ. ນອກນັ້ນ, ຈະໄດ້ພ້ອມກັນປະຕິຮູບບັນດານິຕິກຳ, ບັນດາກົດໝາຍຈຳນວນໜຶ່ງໂດຍສະເພາະແມ່ນກົມທີ່ກ່ຽວຂ້ອງຈະໄດ້ຄົ້ນຄວົ້າຕາມພາລະບົດບາດຂອງຕົນ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຢ້ຳໃຫ້ພະນັກງານທຸກຂະແໜງການ ທີ່ກ່ຽວຂ້ອງປະຢັດ ມັດທະຍັດ, ຕ້ານການຟຸມເຟືອຍ, ພະນັກງານ-ລັດຖະກອນໃນຂົງເຂດການເງິນຕ້ອງເພີ່ມທະວີວຽກງານກວດກາ, ຖືເອົາວຽກງານການເງິນເປັນໃຈກາງ, ສ້າງຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງເປັນແບບຢ່າງໃຫ້ພະນັກງານຂົງເຂດອື່ນ.
ໃນວັນດຽວກັນທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຍັງໄດ້ໄປຕິດຕາມ ຄວາມຄືບໜ້າການກໍ່ສ້າງສ້າງສະໜາມກິລາ ກຽມໃສ່ງານກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງ ຂວາງເປັນເຈົ້າພາບໃນທ້າຍປີນີ້.