ຄຳມ່ວນໄດ້ເກີນດູນການຄ້າຫລາຍກວ່າ 56 ລ້ານໂດລາໃນສົກປີຜ່ານມາ

ແຂວງຄຳມ່ວນມີທ່າແຮງທາງດ້ານການຄ້າຫຼາຍ, ນັກລົງ ທຶນຕ່າງກໍໄດ້ເຂົ້າມາລົງທຶນຢ່າງຫຼວງຫຼາຍອັນໄດ້ ເຮັດໃຫ້ ແຂວງ ມີ ສິນຄ້າສົ່ງອອກຫຼາຍຂຶ້ນ, ສ່ວນ ການນຳເຂົ້າຫຼຸດລົງ,ສົ່ງຜົນໃຫ້ ໄດ້ເກີນດູນການຄ້າເຖິງ 56,21ລ້ານໂດລາສະຫະລັດໃນປີ2017,ທ່ານຫົວໜ້າການຄ້າ ແຂວງຊີ້ວ່າ:ດຽວນີ້ການນຳເຂົ້າຮັບໃຊ້ການຜະລິດອຸດສາຫະກໍາ ເລີ້ມອີ່ມຕົວແລະມີທ່າຫຼຸດລົງ, ແຕ່ການຜະລິດພັດເພີ້ມຂຶ້ນມີ ການສົ່ງອອກຫຼາຍແຂວງຈິ່ງ ໄດ້ດູນການຄ້າຫຼາຍໃນປີນີ້.
+ ພະແນກການເງິນແຂວງຊຽງຂວາງປະຕິບັດລາຍຮັບເພີ່ມຂຶ້ນທຸກປີ
+ ຮອງນາຍົກລັດຖະມົນຕີລົງຊຸກຍູ້ການເກັບລາຍຮັບຢູ່ແຂວງຊຽງຂວາງ
ໜ່ວຍງານ ສັງລວມພະ ແນກອຸດສາຫະກຳແລະການ ຄ້າແຂວງຄຳມ່ວນລາຍງານ ວ່າ: ມູນຄ່າການສົ່ງອອກສິນ ຄ້າ ໃນປີ 2017 ປະຕິບັດໄດ້ ຫຼາຍກວ່າ 232,76 ລ້ານໂດລາ ສະກະລັດ, ເພີ່ມຂຶ້ນຈາກປີຜ່ານ ມາ 48,45%, ສິນຄ້າ ສົ່ງອອກ ຕົ້ນຕໍແມ່ນອຸດສາຫະກຳແຮ່ ທາດກວມ 90%,ໄມ້ ແລະ ຜະ ລິດຕະພັນໄມ້ ຈຳນວນໜຶ່ງ; ສ່ວນການນຳເຂົ້າແມ່ນ ມີມູນ ຄ່າພຽງ 174,55 ລ້ານໂດ ລາສະຫະລັດທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາຫຼຸດ ລົງ 55,26% ສິນຄ້ານຳເຂົ້າ ຕົ້ນຕໍໃນປັດຈຸ ບັນແມ່ນນ້ຳ ມັນເຊື້ອໄຟ, ເຄື່ອງວັດສະດຸກໍ່ ສ້າງ,ອຸປະໂພກ, ບໍລິໂພກທີ່ຈຳ ເປັນຈຳນວນໜຶ່ງ.
ທ່ານ ທອງໄຊ ມັ່ງໜໍ່ເມກ ຫົວໜ້າອຸດສາຫະກຳ ແລະ ການຄ້າແຂວງກ່າວວ່າ: ປີ ຜ່ານມານີ້ແມ່ນແຂວງໄດ້ ດູນ ການຄ້າຫລາຍເປັນພິເສດ, ຍ້ອນຈາກການນຳເຂົ້າຫຼຸດ ລົງ, ບັນດາໂຄງການ ແລະ ໂຮງງານຂະໜາດໃຫຍ່ພາຍ ໃນແຂວງສ່ວນໃຫຍ່ແມ່ນໄດ້ຮັບການກໍ່ສ້າງສຳເລັດແລ້ວ,ກົງກັນຂ້າມການສົ່ງອອກພັດມີທ່າຂະຫຍາຍຕົວເປັນຕົ້ນ ແມ່ນການສົ່ງອອກແຮ່ທາດ ເກືອກາລີ,ເກືອແຄນຊຽມ ແລະ ຊີມັງສຳເລັດຮູບເພີ່ມຂຶ້ນຫຼາຍ ເທົ່າຕົວ./.