ຜານາງຮ້ອງ ແລະ ນ້ຳສອງສີ ແຂວງບໍລິຄຳໄຊ

ແຂວງບໍລິຄຳໄຊເປັນ ແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວທີ່ຫລາກຫລາຍ ມີພູຜາປ່າດົງ ທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ, ພິເສດແມ່ນມີນ້ຳ ຂອງໄຫລ ຜ່ານ, ອັນເປັນທ່າແຮງ ໃຫ້ແກ່ ການດຳລົງຊີວິດຂອງຊາວ ເມືອງດັ່ງກ່າວ ແລະ ພິເສດ ໄປກວ່ານັ້ນ ແມ່ນແຫລ່ງທ່ອງ ທ່ຽວ “ຜານາງຮ້ອງ” ຫລີ ເອີ້ນກັນວ່າ: “ຜາຜີຮ້ອງ” ເຊິ່ງ ທ້ອງຖິ່ນເພິ່ນເລີ່ມເປີດໃຫ້ນັກ ທ່ອງທ່ຽວເຂົາມາທ່ຽວຊົມໄດ້ ແຕ່ປີ 2008 ເປັນຕົ້ນມາ ເຊິ່ງ ມັນເປັນແຫລ່ງທ່ອງທ່ຽວ ສັກສິດ ແລະ ແປກທີ່ມີເລື່ອງ ເລົ່າກັນວ່າ: ໃນປາງກ່ອນ ເມື່ອ ເຖິງວັນສິນວັນພະຊາວ ບ້ານ ຈະໄດ້ ຍິນສຽງຮ້ອງມາຈາກ ຜາສູງຊັນແຫ່ງນີ້ ດ້ວຍ ຄວາມ ເຢືອກເຢັນອັນ ເປັນຄວາມ ເຊື່ອ ແລະ ໜ້າເກງຂາບຂອງ ຊາວບ້ານແຫ່ງນີ້, ເຊິ່ງຜາ ດັ່ງກ່າວ, ແມ່ນຕັ້ງຢູ່ທາງທິດ ເໜືອຂອງບ້ານທົ່ງຈະເລີນ, ເທສະບານເມືອງ ຄຳເກີດ (ຫລັກຊາວ), ເມື່ອຍ່າງຂຶ້ນ ໄປຫາຈຸດຊົມວິວຢູ່ເທິງຜາຈະ ແນມເຫັນທິວທັດອັນງົດງາມ ຂອງສາຍພູຫລວງ ເຊ່ິງເປັນ ຊາຍແດນລະຫວ່າງ 2 ຊາດ ຫວຽດນາມ-ລາວ, ໃນຄະນະ ທີ່ອີກດ້ານໜຶ່ງ ກໍຈະແນມເຫັນ ທິວທັດຂອງ ເມືອງຄຳເກີດ (ຫລັກຊາວ).
+ ສະຫວັນນະເຂດເປີດປີທ່ອງທ່ຽວພ້ອມໆກັບງານບຸນນະມັດສະການພະທາດໂຜ່ນດ້ວຍບັນຍາກາດຟົດຟື້ນ
ຄຽງຄູ່ກັນນັ້ນກໍແມ່ນ ແມ່ ນ້ຳຂອງສອງສີທີ່ຂຶ້ນຊື່ລືນາມ ຂອງເມືອງປາກຊັນ, ນັ້ນແມ່ນ ບ່ອນທີ່ແມ່ນ້ຳຊັນທີ່ໃສດີໄຫລ ມາບັນຈົບກັນກັບແມ່ນ້ຳຂອງ ທີ່ມີສີນ້ຳຕານຂຸ້ນລວມໃສ່ກັນ ພໍດີກາຍເປັນພາບສອງສີທີ່ ງົດງາມ, ເປັນທີ່ດຶງດູດໃຈ ຂອງນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ. ບໍລິເວນ ແຄມນ້ຳສອງສີນີ້ ຍັງມີຮ້ານ ອາຫານຢັ່ງຢາຍກັນຢູ່ ໄວ້ຄອຍ ບໍລິການ, ເປັນອີກໜຶ່ງສະຖານ ທີ່ ທີ່ທ່ານຕ້ອງໄດ້ໄປແວ່ເບິ່ງແວ່ ຊົມເພື່ອຈະໄດ້ສຳພັດກັບຄວາມງາມຂອງນ້ຳສອງສີ ແລະ ໄດ້ ຊີມລົດຊາດອາຫານຂອງຊາວເມືອງປາກຊັນອີກດ້ວຍ.
ດັ່ງເພງຮ້ອງທີ່ພັນລະນາ ໄວ້ວ່າ: “ຖ້າຫາກນ້ອງໄດ້ໄປບໍ ລິຄຳໄຊແຫ່ງເມືອງປາກຊັນ ຢ່າລືມເບິ່ງນ້ຳສອງສີນ້ຳໃຈ ແສນ ດີຕໍ່ກັນ” ເປັນສຽງເພງທີ່ ຂຶ້ນຊື່ລືຊາ ແລະ ອຳມະຕະຂອງ ຊາວເມືອງແຫ່ງນີ້./.