ພຽງ 3 ວັນທົ່ວປະເທດມີຜູ້ເສຍຊີວິດ 15 ຄົນຈາກອຸປະຕິເຫດ

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ພຽງໄລຍະຕົ້ນອາທິດມານີ້, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນກວ່າ 50 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນຄື: ຫລ້າສຸດໃນວັນທີ 13 ກຸມພາຜ່ານມານີ້, ໄດ້ເກີດອຸບັດຕິເຫດລົດຈັກນັກຮຽນຕຳກັບລົດຈິບຢູ່ບໍລິເວນພູຜາເມືອງແຂວງບໍລິຄຳໄຊເຮັດໃຫ້ນັກຮຽນເສຍຊີວິດຄາທີ່ 2 ຄົນ ແລະ ໃນວັນທີ 12 ກຸມພາໄດ້ເກີດອຸປະຕິເຫດລົດພວງຕຳເຮືອນປະຊາຊົນຢູ່ບ້ານຜາທິງເມືອງປາກອູແຂວງຫລວງພະບາງເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ຍ້ອນຂັບລົດໄວເກີນກຳນົດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມານີ້, ສະເລ່ຍມື້ໜຶ່ງຈະມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 20 ກໍລະນີ, ຊຶ່ງເຫັນວ່າການເກີດອຸປະຕິເຫດດັ່ງກ່າວແມ່ນມີຄວາມຮຸນແຮງເພີ່ມຂຶ້ນ, ໂດຍສະເພາະແມ່ນຢູ່ເຂດຊານເມືອງທີ່ມີການຂັບຂີ່ລົດໄວ ແລະ ສະພາບເສັ້ນທາງເປ່ເພ, ຊຶ່ງເປັນສາເຫດຕົ້ນຕໍໜຶ່ງພາໃຫ້ເກີດອຸປະຕິເຫດ ແລະ ສ່ວນໜຶ່ງແມ່ນຍ້ອນຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນ, ຊຶ່ງເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ໂຄສະນາຢ່າງຕໍ່ເນື່ອງ, ເພື່ອໃຫ້ສັງຄົມມີຄວາມເຂົ້າໃຈ ແລະ ປະຕິບັດໃຫ້ເຂັ້ມງວດ ແຕ່ກໍບໍ່ສາມາດຢັບຢັ້ງລົງໄດ້, ສະນັ້ນ ຈຶ່ງຮຽກ້ອງໃຫ້ທົ່ວສັງຄົມມີສະຕິລະມັດລະວັງ ແລະ ເປັນເຈົ້າການເອົາໃຈໃສ່ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດ.