ຄະນະກໍາມະທິການແມ່ນໍ້າຂອງສາກົນຮ່ວມແລກປ່ຽນບົດຮຽນຢູ່ລາວ

ຜູ້ຕາງໜ້າອາວຸໂສຈາກຄະນະກໍາມະທິການແມ່ນ້ຳຂອງສາກົນ (ຄມສ) ຈໍານວນ 14 ທ່ານຂອງ ສ.ເກົາຫລີ ໄດ້ເດີນທາງໄປຢ້ຽມຢາມບັນດາສະຖາບັນຕ່າງໆໃນລາວ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການໃນການຄຸ້ມຄອງຊັບພະຍາກອນນໍ້າທີ່ດີຂຶ້ນ, ພ້ອມທັງສຶກສາເສີມຂະຫຍາຍການຮ່ວມມືກັບລາວໃນໂອກາດເປີດການລົງທຶນໃນບັນດາປະເທດແມ່ນໍ້າຂອງ.
ການຢ້ຽມຢາມແລກປ່ຽນບົດຮຽນຄັ້ງນີ້ຂອງຄະນະ, ແມ່ນເລີ່ມມາແຕ່ວັນທີ 29 ມັງກອນເປັນຕົ້ນມາ, ລວມມີແຫລ່ງພະລັງງານລົມ, ແຫລ່ງຜະລິດພະລັງງານແສງຕາເວັນ, ຫ້ອງການຄວບຄຸມໄພນໍ້າຖ້ວມ ແລະ ເຂື່ອນໄຟຟ້າພະລັງງານນໍ້າ ທີ່ໄດ້ລວມເອົາລະບົບພະລັງງານແສງຕາເວັນທີ່ຢູ່ເທິງອ່າງເກັບນໍ້າ ແລະ ໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດເຫັນໃນຫລາຍໆຫົວຂໍ້ທີ່ສໍາຄັນ, ເຊິ່ງລວມມີການພັດທະນາເຂື່ອນໄຟຟ້າພະລັງງານນໍ້າ, ບັນຫາຄວາມປອດໄພທາງນໍ້າ, ການພະຍາກອນໄພນ້ຳຖ້ວມ ແລະ ການປ້ອງກັນ, ບັນຫາຂ້າມຜ່ານຊາຍແດນ ແລະ ບັນດາທາງເລືອກກ່ຽວກັບພະລັງງານທົດແທນເປັນຕົ້ນແມ່ນພະລັງງານແສງຕາເວັນ.
ໃນໂອກາດນີ້, ທ່ານ ຟາມ ຕວັນ ຟານ ເຈົ້າໜ້າທີ່ອາວຸໂສຄະນະກໍາມະທິການດັ່ງກ່າວ, ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ແນວຄວາມຄິດປະດິດສ້າງໃໝ່ໆກ່ຽວກັບວຽກງານຄຸ້ມຄອງໄພນໍ້າຖ້ວມ ແລະ ພະລັງງານທົດແທນຂອງ K-Water ແລະ ຫ້ອງການຄວບຄຸມໄພນໍ້າຖ້ວມຮັນ (Han River Flood Control Office) ທີ່ສາມາດພິຈາລະນານໍາໃຊ້ໄດ້ໃນແມ່ນໍ້າຂອງ. ນອກຈາກເຂື່ອນໄຟຟ້າພະລັງງານນໍ້າ, ກໍຍັງຄໍານຶງເຖິງທຸກຮູບແບບຂອງພະລັງງານທົດແທນ ເພື່ອການພັດທະນາທີ່ຍືນຍົງໃນແມ່ນໍ້າຂອງ ແລະ ຊັບພະຍາກອນແມ່ນໍ້າຂອງອີກດ້ວຍ.
ໃນໄລຍະການສໍາມະນາ, ຜູ້ຕາງໜ້າ ຄມສ ໄດ້ໂອ້ລົມກັບບັນດາຜູ້ເຂົ້າຮ່ວມ ກ່ຽວກັບສະພາບການປັດຈຸບັນ ແລະ ບັນດາໂອກາດໃນການພັດທະນາ ແລະ ສິ່ງທ້າທາຍໃນຂະແໜງນໍ້າ, ຂະແໜງທີ່ກ່ຽວຂ້ອງໃນ 4 ປະເທດສະມາຊິກແມ່ນໍ້າຂອງຄື: ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ. ພ້ອມດຽວກັນນັ້ນ, ກໍຍັງຮຽກຮ້ອງໃຫ້ມີການຮ່ວມມື ຈາກ ສ.ເກົາຫລີໃຫ້ຫລາຍຂຶ້ນກວ່າເກົ່າ. ການຢ້ຽມຢາມຄັ້ງນີ້, ແມ່ນພາກສ່ວນໜຶ່ງຂອງໂຄງການແບ່ງປັນຄວາມຮູ້ MRC-KDI ພາຍໃຕ້ການຮ່ວມມືເບື້ອງຕົ້ນ ແມ່ຂອງ-ສ.ເກົາຫລີ ທີ່ໄດ້ດຳເນີນການຜ່ານບົດບັນທຶກຄວາມເຂົ້າໃຈ ເມື່ອກາງປີ 2017 ຜ່ານມາ, ຊຶ່ງມີເປົ້າໝາຍເພື່ອສ້າງເສັ້ນທາງຮ່ວມມືກັນແບ່ງປັນຄວາມຮູ້ ແລະ ປະສົບການໃນຫລາຍຂົງເຂດກ່ຽວກັບນໍ້າ ແລະ ຊັບພະຍາກອນນໍ້າ ທີ່ກ່ຽວຂ້ອງ.