ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510

ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510 - Gas Soline in Laos - ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510
ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510 - kitchen vibe - ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510

ກົມ​ການ​ຄ້າ​ພາຍ​ໃນ, ກະຊວງອຸດສະຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ໃນສະພາບທີ່ລາຄານໍ້າມັນເຊື້ອໄຟຢູ່ປະເທດເຮົາໄດ້ປັບຂຶ້ນເລື້ອຍໆຕາມການເໜັງຕິງຂອງຕະຫລາດໂລກ, ດັ່ງນັ້ນກໍຂໍຮຽກຮ້ອງໃຫ້ສັງຄົມຈົ່ງຊົມໃຊ້ນໍ້າມັນເຊື້ອໄຟຢ່າງປະຢັດມັດທະຢັດ, ພ້ອມທັງເປັນຫູເປັນຕາຊ່ວຍພາກສ່ວນກ່ຽວຂ້ອງເມື່ອພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟທີ່ບໍ່ເປັນທໍາຢູ່ຕາມປໍ້າຕ່າງໆແມ່ນໃຫ້ຮີບຮ້ອນແຈ້ງສາດ່ວນ 1510 ຂອງກະຊວງອຸດສະຫະກໍາ ແລະ ການຄ້າທັນທີ ເພື່ອຈະໄດ້ລົງກວດກາແກ້ໄຂໄດ້ທັນເວລາ.

ກົມດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ​ລາຄາ​ນ້ຳມັນ​ສໍາເລັດຮູບຢູ່​ຕະຫລາດ​ໂລກ​ມີການ​ເໜັງ​ຕີງ​ປັບ​ຂຶ້ນຢ່າງ​ຕໍ່​ເນື່ອງ, ໂດຍສະເພາະ​ເມື່ອ​ສົມ​ທຽບ​ລາຄາ​ຂອງຕະຫລາດ​ໂລກແຕ່​ວັນ​ທີ 29 ມັງກອນຫາ 2 ກຸມພາ 2018 ກັບ​ລາຄາ​ນຳ​ເຂົ້ານໍ້າມັນ (CIF) ​ເຫັນ​ວ່າ​ລາຄານໍ້າມັນໃນຕະຫລາດ​ໂລກ​​ມີ​ລາຄາ​ສູງ​ກວ່າ​ລາຄາຂາຍຢູ່​ພາຍໃນປະເທດຄື: ນັບແຕ່ວັນທີ 27 ມັງກອນມານີ້, ​ນ້ຳມັນ​ແອັດ​ຊັງ (95) ​ເພີ່ມ​ຂຶ້ນ 0,0191 ​ໂດ​ລາສະຫະລັດ ຫລືເທົ່າກັບ 159 ກີບຕໍ່ລິດ, ​ແອັດ​ຊັງ (92) ​ເພີ່ມ​ຂຶ້ນ 0,0305 ​ໂດ​ລາສະຫະລັດເທົ່າກັບ 253 ກີບຕໍ່ລິດ ​ແລະ ກາ​ຊວນ (0,05) ​ເພີ່ມ​ຂຶ້ນ 0,0426 ​ໂດ​ລາສະຫະລັດເທົ່າກັບ 354 ກີບຕໍ່ລິດ. ຕໍ່ບັນສະພາບດັ່ງກ່າວ, ​ຈຶ່ງ​ເຮັດ​ໃຫ້​ລາຄາ​ຂາຍຍ່ອຍ​ໜ້າປ້ຳຢູ່ປະເທດເຮົາ ໄດ້ປັບຂຶ້ນ​ລາຄາເຖິງ 3 ຄັ້ງນັບແຕ່ປີ 2018 ເປັນຕົ້ນມາ ແລະ ປັດຈຸບັນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດຄືຢູ່ນະຄອນຫລວງວຽງຈັນ ແອັດຊັງພິເສດ 10.210, ແອັດຊັງທໍາມະດາ 9.120 ແລະ ກາຊວນ 8.100 ກີບ, ຜົ້ງສາລີ ແອັດຊັງທໍາມະດາ 9.880 ແລະ ກາຊວນ 8.860, ຫລວງນໍ້າທາ ແອັດຊັງທໍາມະດາ 9.480 ແລະ ກາຊວນ 8.460, ບໍ່ແກ້ວ ແອັດຊັງພິເສດ 10.310, ແອັດຊັງທໍາມະດາ 9.220 ແລະ ກາຊວນ 8.200, ຫົວພັນ ແອັດຊັງທໍາມະດາ 9.520 ແລະ ກາຊວນ 8.500, ອຸດົມໄຊ ແອັດຊັງພິເສດ 10.690, ແອັດຊັງທໍາມະດາ 9.600 ແລະ ແລະ ກາຊວນ 8.580, ຊຽງຂວາງ ແອັດຊັງທໍາມະດາ 9.310 ແລະ ກາຊວນ 8.290, ຫລວງພະບາງ ແອັດຊັງພິເສດ 10.670, ແອັດຊັງທໍາມະດາ 9.580 ແລະ ກາຊວນ 8.560, ໄຊຍະບູລີ ແອັດຊັງທໍາມະດາ 9.520 ແລະ ກາຊວນ 8.500, ໄຊສົມບູນແອັດຊັງທໍາມະດາ 9.360 ແລະ ກາຊວນ 8.340, ແຂວງວຽງຈັນແອັດຊັງພິເສດ 10.210, ແອັດຊັງທໍາມະດາ 9.120 ແລະ ກາຊວນ 8.100, ບໍລິຄໍາໄຊ ແອັດຊັງພິເສດ 10.290, ແອັດຊັງທໍາມະດາ 9.200 ແລະ ກາຊວນ 8.180, ຄໍາມ່ວນ ແອັດຊັງພິເສດ 10.240 ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.130, ສະຫວັນນະເຂດ ແອັດຊັງພິເສດ 10.240, ແອັດຊັງທໍາມະດາ 9.150 ແລະ ກາຊວນ 8.130, ສາລະວັນ ແອັດຊັງທໍາມະດາ 9.330 ແລະ ກາຊວນ 8.310, ຈໍາປາສັກ ແອັດຊັງພິເສດ 10.270, ແອັດຊັງທໍາມະດາ 9.180 ແລະ ກາຊວນ 8.160, ເຊກອງ ແອັດຊັງທໍາມະດາ 9.360 ແລະ ກາຊວນ8.340 ແລະ ອັດຕະປື ແອັດຊັງພິເສດ 10.450, ອັດຊັງທໍາມະດາ 9.360 ແລະ ກາຊວນ 8.340 ກີບຕໍ່ລິດ.

​  ກົມດັ່ງກ່າວ ໃຫ້ຮູ້ວ່າ: ​ປະ​ເທດເຮົາແມ່ນນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ 100% ທັງ ຈາກຫວຽດນາມ ແລະ ໄທ ແລະ ການເພີ່ມຂຶ້ນຂອງລາຄານໍ້າມັນຈະສົ່ງຜົນກະທົບໂດຍກົງຕໍ່ລະບົບເສດຖະກິດມະຫາພາກ, ໂດຍສະເພາະຈະເຮັດໃຫ້ລາຄາສີນຄ້າອຸປະໂພກ-ບໍລິໂພກຕ່າງໆ, ຄ່າໂດຍສານ-ຂົນສົ່ງ, ແລະ ການບໍລິການອື່ນໆ ກໍຈະສູງຂຶ້ນຕາມມາ ແລະ ສິ່ງທີ່ໜ້າເປັນຫວ່ງກໍແມ່ນສະພາບການສວຍໂອກາດຂຶ້ນລາຄາເກີດມີຕາມມາ, ອັນຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນບໍ່ໜ້ອຍ. ແຕ່ແນວໃດຕາມ, ເພື່ອດັດສົມຄາລານໍ້າມັນໃຫ້ຢູ່ໃນລະດັບທີ່ເໝາະສົມກັບສະພາບເສດຖະກິດນັ້ນ, ​ແຕ່ລະ​ປີ​ລັດຖະບານ​ໄດ້​ນຳ​ໃຊ້​ເງິນຕາ​ຈໍານວນ​ມະຫາສານ​ເພື່ອ​ສະໜອງ​ໃຫ້​ຜູ້​ປະກອບ​ການ​ຊຳລະ​ຄ່າ​ນ້ຳມັນ​ເຊື້ອ​ໄຟ ແລະ ນໍາໃຊ້ເຄື່ອງມືຕ່າງໆເພື່ອຄວບຄຸມລາຄາບໍ່ໃຫ້ເໜັງຕິງແຮງ.

ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510 - 3 - ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510
ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510 - 4 - ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510
ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510 - 5 - ຖ້າພົບເຫັນການສວຍໂອກາດຂຶ້ນລາຄານໍ້າມັນເຊື້ອໄຟບໍ່ເປັນທໍາແຈ້ງສາຍດ່ວນ 1510