ຮອງປະທານສະພາແຫ່ງຊາດທ່ານ ໂອ້ລົມກອງປະຊຸມຄົບຄະນະກໍາມາທິການການຕ່າງປະເທດ
February 14, 2018 - 7:06 PM

ກອງປະຊຸມຄົບຄະນະກໍາມາທິການການຕ່າງປະເທດ ປະຈໍາປີ 2017, ໄດ້ອັດລົງດ້ວຍຜົນລໍາເລັດຈົບງາມ, ໃນວັນທີ 13 ກຸມພານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ແລະ ໂອ້ລົມຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ທັງເປັນຜູ້ຊີ້ນໍາວຽກງານການຕ່າງ ປະເທດ. ໂດຍທ່ານໄດ້ເນັ້ນໃຫ້ກຳມາທິການຕ່າງປະເທດ ສືບ ຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກ ງານເສນາທິການ, ເພື່ອໃຫ້ເຂົາເຈົ້າເຊື່ອມຊຶມແນວທາງການຕ່າງປະເທດຂອງພັກ, ກຳແໜ້ນລະບຽບກົດໝາຍຂອງລັດ, ສ້າງໃຫ້ເຂົາເຈົ້າເປັນນັກຮົບການເມືອງ ການທູດທີ່ກ້າແກ່ນ ພຽບພ້ອມໄປດ້ວຍຄຸນທາດການເມືອງອັນໜັກແໜ້ນ ແລະ ຄວາມຮູ້ຄວາມສາມາດຮອບດ້ານ, ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາໃນໄລຍະໃໝ່.