ນ້ຳກັດຢໍລະປາແຫລ່ງທ່ອງທ່ຽວທຳມະຊາດທີ່ງົດງາມຢູ່ແຂວງອຸດົມໄຊ

ໂດຍ: ຊາຍພະເນຈອນ
ຕາດນໍ້າກັດຢໍລະປາຕັ້ງຢູ່ ເຂດບ້ານແຟນ, ເມືອງໄຊ, ແຂວງ ອຸດົມໄຊຫ່າງຈາກເທສະບານ ເມືອງໄຊໄປປະມານ 24 ກິໂລ ແມັດ ,ຕາດ ດັ່ງກ່າວໄດ້ຖືກຄົ້ນພົບ ໃນປີ 1999 ແລະ ເປີດບໍລິ ການ ທ່ອງທ່ຽວໃນປີ 2006 ຊື່ຕາດ ນໍ້າກັດ ຢໍລະປານີ້ໝາຍ ເຖິງນໍ້າ ທີ່ເຢັນທີ່ສຸດ(ເຢັນຈັດ) ເຊິ່ງ ຕັ້ງຢູ່ ໃນເຂດປ່າດົງດິບອັນດົກໜາ ທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ຊີວະນາໆພັນ ທີ່ຂຽວງາມປົກຄຸມ ໄປທົ່ວບໍລິເວນເຮັດໃຫ້ອາກາດ ເຂດນີ້ມີຄວາມສົດຊື່ນ ແລະ ຊຸ່ມ ເຢັນຕະຫຼອດປີ. ນໍ້າກັດຢໍລະປາ ຖືເປັນແຫຼ່ງທ່ອງທ່ຽວທາງທໍາ ມະຊາດແບບຄົບວົງຈອນທີ່ມີ ຫຼາກຫຼາຍກິດຈະກໍາໃຫ້ເລືອກ ທ່ຽວ ບໍ່ວ່າຈະເປັນການນອນ ເຮືອນເທິງຕົ້ນໄມ້, ຂີ່ສະລິງ, ຍ່າງ ປ່າຊົມທໍາມະຊາດ-ນໍ້າຕົກຕາດ, ຂີ່ລົດຖີບ, ຂັບລົດເອທີວີ (ATV) ແລະ ກິດຈະກໍາອື່ນໆ ໂດຍໄດ້ເລີ່ມ ພັດທະນາມາແຕ່ປີ 2012 ເປັນ ຕົ້ນມາ ເຊິ່ງໃນນັ້ນກໍໄດ້ມີການປັບ ປຸງ ແລະ ພັດທະນາພື້ນຖານໂຄງ ລ່າງສິ່ງອໍານວຍຄວາມສະດວກ ແກ່ທາງຍ່າງ, ຂົວອູ່ທີ່ມີຄວາມ ຍາວປະມານ 1.500 ແມັດ, ເຊິ່ງ ໄດ້ເນັ່ງລະຫວ່າງຕົ້ນໄມ້ຫາຕົ້ນ ໄມ້ໃສ່ກັນເໝາະສໍາລັບການມາ ທ່ຽວຊົມ ແລະ ພັກຜ່ອນຢ່ອນໃຈ.
+ ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ເມື່ອທ່ານໄດ້ມາທ່ຽວຊົມ ຕາດນໍ້າແຫ່ງນີ້ ທ່ານ ຈະຖືກຕ້ອນ ຮັບ ເປັນຢ່າງດີຈາກ ຜູ້ບໍລິຫານ ແຫຼ່ງທ່ອງທ່ຽວ ແລະ ຜູ້ນໍາທ່ຽວ ໃຈດີພາພວກທ່ານມາພັກເຊົາ ທີ່ເຮືອນພັກ ເພື່ອເອົາແຮງ ໃຫ້ ພວກທ່ານໄດ້ເລືອກກິດຈະກໍາ ການທ່ຽວຊົມ, ຖ້າທ່ານຕ້ອງ ການແບບພະຈົນໄພຍ່າງປ່າ ທ່ານ ສາມາດຂີ່ລົດATV ໄປຫາຈຸດ ທີ່ຍ່າງປ່າຊົມນໍ້າຕົກຕາດເຊິ່ງ ຫ່າງຈາກສະຖານທີ່ພັກເຊົາປະ ມານ 5ກິໂລແມັດໂດຍຜ່ານຫ້ວຍ ນໍ້າ ແລະ ຂົວນໍ້າລົ້ນ 7ແຫ່ງ, ຍ່າງ ເລາະປ່າທ່ຽວຊົມທໍາມະຊາດ ທີ່ມີອາກາດປອດໂປ່ງ ແລະ ສົດ ໃສດີພໍມາເຖິງຈຸດພັກລົດທ່ານຍັງສາມາດຍ່າງຕື່ມອີກປະມານ 15ນາທີເພື່ອເປັນການອອກກໍາລັງ ກາຍໂດຍຜ່ານຂົວອູ່ ເຖິງ13ຂົວດ້ວຍກັນກໍເຖິງນໍ້າຕົກຕາດ ນໍ້າກັດທີ່ນັ້ນຈະມີສາລາໃຫ້ ທ່ານໄດ້ພັກຜ່ອນຊົມວີວ ກິນອາ ກາດພ້ອມທັງຊົມນໍ້າຕົກຕາດ ຢ່າງຊື່ນໃຈ. ທ່ານສາມາດ ສັງ ເກດເຫັນນໍ້າຕົກຕາດໄດ້ຢ່າງ ຈະແຈ້ງທີ່ເປັນຕາດຊັ້ນດຽວ ມີ ຄວາມສູງປະມານ 15-20ແມັດ ແລະ ກວ້າງປະມານ 20- 50ແມັດ ໂດຍມີອ່າງອາບນໍ້າ ທໍາມະຊາດ ຢູ່ດ້ານໜ້າຂອງ ຕາດ, ທ່ານສາມາດຍ່າງ ເລາະ ຫຼິ້ນຕາມໂງ່ນຫີນ ແລະ ສາຍນໍ້າ ພ້ອມທັງກິນເຂົ້າສາມັກຄີກັນ ແບບຄອບຄົວຢ່າງສະດວກ ສະບາຍ. ນໍ້າຕົກຕາດຢໍລະປາ ມີຄວາມງົດງາມກົມກືນກັບ ພູຜາ ປ່າໄມ້ອັນຂຽວ ງາມເຫຼົ່າ ນັ້ນ, ຖ້າທ່ານພໍມີເວລາ ຫຼາຍສາ ມາດຂີ່ສະລິງທັງໝົດ 18 ເສັ້ນ ກໍຈະຮັບຄວາມມ່ວນຊື່ນ ແລະ ສິ່ງທ້າທາຍທີ່ແຕກຕ່າງກັນ ໄປຫຼາຍຢ່າງໂດຍສະເພາະກໍ ແມ່ນຈະໄດ້ເຫັນໄດ້ຊົມຄວາມ ງົດງາມຂອງທໍາມະຊາດເຊິ່ງ ເລີ່ມຈາກເສັ້ນທີໜຶ່ງດ້ວຍ ຄວາມ ຕື່ນເຕັ້ນ ແລະ ຕົກໃຈຖືວ່າ ເຖິງ ຂີດສູງສຸດບາງຄັ້ງຈົນເຮັດໃຫ້ ທ່ານຫຼົງຮ້ອງອອກມາ, ເພື່ອປົດ ປ່ອຍອາລົມແບບສຸດໆເລີຍ, ເຮັດໃຫ້ຜ່ອນຄາຍເຖິງຄວາມ ເຄັ່ງຕຶງຈາກໜ້າວຽກທີ່ເຄີຍເຮັດ ປະຈໍາຢູ່ໃນຫ້ອງສີ່ແຈແຕ່ເຊົ້າ ຈົນຄໍ່າຊໍ້າແລ້ວຊໍ້າອີກ ສາມາດ ເຮັດໃຫ້ທ່ານຮູ້ໄດ້ວ່າຢູ່ເມືອງ ລາວກໍມີແຫຼ່ງທ່ອງທ່ຽວທີ່ໜ້າ ທ່ຽວຊົມຫຼາຍແຫ່ງ ທີ່ລາວເຮົາ ຄວນຊຸກຍູ້ສົ່ງເສີມລາວທ່ຽວ ລາວໃຫ້ຫຼາຍຂຶ້ນກວ່າເກົ່າ. ພາຍ ຫຼັງສໍາເລັດກິດຈະກໍາຍ່າງປ່າ ແລະ ຂີ່ສະລິງໂດຍໃຊ້ເວລາບໍ່ ເກີນ 3 ຊົ່ວໂມງແລ້ວ ທ່ານກໍສາ ມາດຍ່າງກັບຄືນມາຫາຈຸດພັກ ລົດແລ້ວຂີ່ລົດ ເອທີວີ(ATV) ກັບຄືນທີ່ພັກຕາມເສັ້ນທາງເກົ່າ.
ນໍ້າກັດຢໍລະປາເປັນ ສະຖານ ທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິ ຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວ ເຊິ່ງແຕ່ລະວັນຈະມີແຂກ ເຂົ້າມາທ່ຽວຊົມ ແລະ ຫຼິ້ນກິດ ຈະກໍາຕ່າງໆເຊັ່ນ: ມາຍ່າງທ່ຽວ ປ່າ, ກິນເຂົ້າປ່າແບບຄອບຄົວ, ຂີ່ຊ້າງລອຍນໍ້າ, ຂີ່ສະໄລເດີສໍາ ລັບຜູ້ໃຫຍ່ ແລະ ເດັກນ້ອຍ. ຖ້າ ທ່ານມີເວລາພໍກໍຈະສາມາດໄປ ຊົມການສະແດງສິນລະປະຂອງຊົນເຜົ່າກຶມມຸເຊິ່ງຕັ້ງບ້ານເຮືອນ ແບບດັ້ງເດີມອາໄສຢູ່ໃນຂອບ ເຂດນໍ້າກັດຣິສອດ ແລະ ບໍ່ຫ່າງ ຈາກຈຸດທີ່ພັກປານໃດ. ຖ້າທ່ານ ໄດ້ໄປຊົມທ່ານສາມາດເຫັນ ເຄື່ອງດົນຕີພື້ນເມືອງຂອງຊົນ ເຜົ່າກຶມມຸເຊິ່ງມີທັງແຄນ, ກອງ, ຊໍ…ນັກສະແດງ-ນັກຟ້ອນຍິງ ຈະໃສ່ຊຸດຊົນເຜົ່າສ່ວນຜູ້ຊາຍ ແມ່ນນຸ່ງຊຸດທົ່ວໄປ. ການສະແດງ ສ່ວນຫຼາຍເປັນການຟ້ອນແບບ ພື້ນບ້ານຂອງຊົນເຜົ່າທີ່ປະຊາຊົນພາກັນຄົ້ນຄິດຂຶ້ນມາໂດຍການ ສະໜັບສະໜູນຈາກນໍ້າກັດຢໍລະປາຣິສອດ ແລະ ທ່ານຍັງສາມາດ ທ່ຽວຊົມ ແລະ ຮຽນຮູ້ເຖິງວິຖີຊີ ວິດຂອງຊາວບ້ານຊົນເຜົ່າກຶມ ມຸນໍາອີກ.
ນອກຈາກມີກິດຈະກໍາ ໃນ ການທ່ອງທ່ຽວ ແລະ ເຮືອນພັກ ແລ້ວ, ສິ່ງທີ່ໜ້າປະທັບໃຈ ທີ່ສຸດ ກໍຄືກິດຈະກໍາແຟັກເກັດນອນເຕັ້ນ ຊົມດາວໃນລະດູໜາວອຸ່ນນະ ພູມກາງຄືນ 5-15 ອົງສາ ທ່າມ ກາງທໍາມະຊາດພູຜາປ່າດົງ ແລະ ສາຍນໍ້າທີ່ອ້ອມຮອບບໍລິ ເວນເຊິ່ງປະກອບມີເຕັ້ນຄູ່, ເຕັ້ນ ດ່ຽວທີ່ສະອາດສວຍສົດງົດ ງາມ, ມີອາຫານ ແລະ ເຄື່ອງ ດື່ມ ໄວ້ຄອຍບໍລິການທ່ານຢ່າງໜ້າ ພໍໃຈ ແລະ ພາກພູມໃຈໄປກັບ ຄວາມສວຍສົດງົດງາມຂອງ ພາບທໍາມະຊາດ ແລະ ບັນຍາ ກາດໃນຍາມຕາເວັນຄ້ອຍຄໍ່າລົງ ແລງ, ຍາມລາຕີການ ແລະ ໃນ ຍາມອາລຸນວັນໃໝ່ທີ່ມີສີສັນ ອັນໂດດເດັ່ນ ແລະ ໜ້າຈັບໃຈ ຄຽງຄູ່ກັນໄປເຊິ່ງ ບໍ່ອາດຈະພັນ ລະນາໄດ້ເໝືອນດັ່ງຄໍາບູຮານ ເພິ່ນເວົ້າວ່າ: ສິບປາກເວົ້າບໍ່ທໍ່ ຕາເຫັນທ່ານເອີຍ./.