ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ

ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - 5 1 - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ
ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - kitchen vibe - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ

ເມື່ອບໍ່ດົນມານີ້, ສະພາ ປະຊາຊົນແຂວງຫົວພັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳ ເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາ ຊົນ ແຂວງຊຸດທີ 1 ໂດຍມີ ການນຳແຂວງ, ຫົວໜ້າ- ຮອງຫົວໜ້າພະແນກການ ອ້ອມຂ້າງ ແຂວງ, ກອງບັນຊາ ການທະຫານ, ກອງບັນຊາ ການຕຳ ຫລວດ, ຫົວໜ້າ-ຮອງ ຫົວໜ້າຂະແໜງການ ພ້ອມດ້ວຍ ພະນັກງານ ລັດຖະກອນ ເຂົ້າ ຮ່ວມຮັບຟັງຢ່າງພ້ອມພຽງ, ໂດຍ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ນັ້ນ, ໄດ້ຮັບຮອງເອົາບົດ ລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ- ສັງຄົມ 6 ເດືອນຕົ້ນປີ, ຄາດ ຄະເນໝົດປີ 2017 ແລະ ແຜນ ການປີ 2018, ຮັບຮອງເອົາບົດ ລາຍງານກ່ຽວກັບການຈັດຕັ້ງ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຄາດຄະເນໝົດ ປີ 2017 ແລະ ແຜນການປີ 2018, ຮັບຮອງເອົາການຈັດ ຕັ້ງປະຕິບັດແຜນການທ່ອງ ທ່ຽວ ໃນຊຸມປີຜ່ານມາ ແລະ ທິດທາງປີ 2018, ຮັບຮອງ ເອົາບົດລາຍງານການກວດ ສອບບົດສະຫລຸບຂາດຕົວກ່ຽວ ກັບການ ຈັດຕັ້ງປະຕິບັດ ແຜນ ງົບປະມານແຫ່ງລັດສົກປີ 2015-2016, ບົດສະຫລຸບ ການເຄື່ອນໄຫວ ວຽກງານປະ ຈຳປີ 2017 ແລະ ທິດທາງ ແຜນການປີ 2018 ຂອງອົງ ການກວດສອບແຫ່ງລັດ, ບົດ ລາຍງານຂອງອົງການກວດ ກາລັດຖະບານກ່ຽວກັບການ ຕິດຕາມກວດກາຕາມຜົນການ ກວດສອບບົດສະຫລຸບຂາດ ຕົວສົກ ປີ 2014-2015, ຮັບ ຮອງເອົາການຈັດຕັ້ງປະຕິ ບັດ ວຽກງານ 9 ເດືອນ 2017 ທິດທາງແຜນການ ແລະ ວຽກງານຈຸດສຸມ ປີ 2018 ຂອງອົງການໄອຍາການ ແລະ ສານປະຊາຊົນສູງສຸດ, ບົດ ລາຍງານຂອງກະຊວງຍຸຕິ ທຳ ກ່ຽວກັບວຽກງານການ ຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ 9 ເດືອນປີ 2017 ແລະ ທິດ ທາງໃນຕໍ່ໜ້າ, ຮັບຮອງເອົາ ບົດສະຫລຸບການເຄື່ອນໄຫວ ວຽກງານປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງສະພາ ແຫ່ງຊາດ ຊຸດທີ 8 ແລະ ຮັບຮອງເອົາ ເນື້ອໃນການຕິດຕາມກວດ ກາປະຈຳປີ 2018 ຂອງ ສະ ພາແຫ່ງຊາດ, ຮັບຮອງເອົາ ແຜນການກໍ່ສ້າງ ແລະ ປັບປຸງ ກົດໝາຍປະຈຳປີ 2018 ໃນ ຂົງເຂດເສດຖະກິດ-ສັງຄົມ ແລະ ຂົງເຂດປົກຄອງກົດ ໝາຍ ຈຳນວນ 16 ສະບັບ, ໃນນີ້ກົດໝາຍສ້າງໃໝ່ມີ 9 ສະບັບ, ກົດໝາຍປັບປຸງມີ 7 ສະບັບ.
ຈາກນັ້ນຜູ້ເຂົ້າຮ່ວມຍັງ ໄດຮັບຟັງ ຜົນສຳເລັດກອງ ປະຊຸມສະໄມສາມັນເທື່ອທີ 4 ຂອງ ສະພາປະຊາຊົນ ແຂວງ ຫົວພັນຊຸດທີ 1 ທີ່ໄດ້ພິຈາ ລະນາ ແລະ ຮັບຮອງເອົາ ຫລາຍບັນຫາສຳຄັນ ຂອງ ແຂວງເຊັ່ນກັນ./.

 

ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - Visit Laos Visit SALANA BOUTIQUE HOTEL - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ
ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - Visit Laos Visit SALANA BOUTIQUE HOTEL - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ

+ ປີ 2017 ການເງິນແຂວງຫົວພັນເກັບລາຍຮັບໄດ້ລື່ນແຜນປີ

+ ເພີ່ມທັກສະການເປັນນັກວິທະຍາກອນປະຈຳ ສພຊ-ສພຂ

ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - 4 - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ
ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - 3 - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ
ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ - 5 - ຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມສາມັນເທື່ອທີ 4 ຂອງ ສພຊ ແລະ ສພຂ