ທ່ຽວເມືອງເອກແຂວງຄຳມ່ວນ ຊີມອາຫານ 3 ພາກ

ໂດຍ: ສ. ນົກຮຽນບິນ
ເມື່ອທ່ານເດີນທາງໄປ ທ່ອງທ່ຽວເມືອງທ່າແຂກທີ່ເປັນເມືອງເອກແຂວງຄຳມ່ວນ, ທ່ານ ຈະໄດ້ສຳພັດ ແລະ ສຶກສາປະຫວັດສາດເມືອງທ່າແຂກ ແລະ ເຫດການທາງ ປະຫວັດສາດ ການຕໍ່ສູ້ທີ່ແສນເຈັບແສບທີ່ ສຸດ21ມີນາ1946.ທັງຈະໄດ້ ສຶກສາຕຳນານພະທາດສີໂຄດ ຕະບອງ ແລະ ແວ່ຊີມອາຫານ ທ້ອງຖິ່ນຈາກພາກໃຕ້, ພາກກາງ ແລະ ພາກເໜືອທີ່ຮ້ານ ອາຫານຊັນເຊັດ,ຜ່ອນຄາຍ ອາລົມຊົມບັນຍາກາດແຄມຂອງທີ່ງົດງາມ.
+ ທ່ຽວລ່ອງນ້ຳງື່ມມີຫລາຍຢ່າງທີ່ປະທັບໃຈ
+ ແຂວງຈຳປາສັກກຳນົດ 8 ກິດຈະກຳສຳລັບປີທ່ອງທ່ຽວລາວ 2018
ພະທາດສີໂຄດຕະບອງ ຫລື ສີໂຄດຕະບູນ ຕັ້ງຢູ່ເທສະບານເມືອງທ່າແຂກສ້າງຂຶ້ນ ສະໄໝອານາຈັກສີໂຄດຕະບອງ ໃນສັດຕະວັດທີ VI ສະໄໝ ພະ ເຈົ້າສຸມິນທະຣາດເພື່ອສະເຫລີມ ສະຫລອງພະກຽດພະຍາສີ ໂຄດຕະບອງ ໂດຍສ້າງອຸບມົງ (ພະທາດສີໂຄດຕະບອງ) ກວມຮອຍພະບາດ (ຮອຍຕີນ) ຂອງພະພຸດທະເຈົ້າ ຄັ້ງຍັງມີພະ ງົບຫູ່, ພະອົງໄດ້ສະເດັດມາຈາກ ພູກໍາພ້າມາປະທັບ ຢູ່ທີ່ນີ້ກ່ອນສະ ເດັດໄປພັກຜ່ອນຢູ່ຕົ້ນຮັງ ແລະ ໄດ້ເອົາພະສາຮິຄະທາດ ຂອງ ພຣະຍາສີໂຄດຕະບອງ ບັນ ຈຸໄວ້ໃນອົງພຣະທາດ, ນີ້ເປັນ ຂໍ້ມູນພຽງບາງຢ່າງທີ່ໄດ້ເລົ່າ ສືບກັນມາ.
ສຳລັບດິນແດນ ເມືອງ ທ່າແຂກເປັນເມືອງທີ່ມີຄວາມ ສຳຄັນທາງດ້ານປະຫວັດ ສາດລາວມາແຕ່ດົນນານ. ໃນອະດີດປະມານສະຕະວັດທີ 5 ເຄີຍ ເປັນສ່ວນໜຶ່ງຂອງອານາຈັກ ຟູນັນ (ພະນົມ) ແລະ ອານາ ຈັກຈັນລາ ໂດຍມີເມືອງຫຼວງ ຊື່ວ່າ: “ ສີໂຄດຕະບູນ ” ຫຼື “ສີໂຄດຕະບອງ ”. ຕັ້ງຢູ່ ທາງ ທິດໃຕ້ຂອງເມືອງບໍລິເວນ ປາກຫ້ວຍສີມັງ ປັດຈຸບັນຄື “ ວັດພະທາດສີໂຄດ ຕະບອງ ” ແລະ ປະກົດຫຼັກຖານທາງບູ ຮານຄະດີຕັ້ງແຕ່ສະໄໝດຶກ ດຳບັນເຊັ່ນ: “ ຮອຍຕີນໄດ ໂນ ເສົາຢູ່ບ້ານນາໄກ່ເຂ່ຍ”, ພະ ທາດສີໂຄດຕະບອງ, ໃບເສ ມາບູຮານ, ຊິ້ນສ່ວນແກະ ສະ ລັກຂອງປະຕິມາກຳຂອມ, ແນວກຳແພງຫີນຍັກບ້ານນາ ໄກ່ເຂ່ຍຕະຫຼອດຈົນຊາກປະ ລັກຫັກພັງຂອງເຈດີບູຮານ ແລະ ຊາກພະພຸດທະຮູບປູນ ປັ້ນຂະໜາດໃຫຍ່ໃນສະ ໄໝ ອານາຈັກລ້ານຊ້າງ ດັ່ງນີ້ ເປັນຕົ້ນ.
“ ທ່າແຂກ ” ແມ່ນສັນນິຖານມາຈາກອະດີດຄືເມືອງແຫ່ງນີ້ເຄີຍເປັນເມືອງທ່າ (ທ່າເຮືອ) ທີ່ສຳຄັນຂອງອານາຈັກລ້ານຊ້າງ, ເປັນສະຖານ ທີ່ຄ້າຂາຍຂອງຊາວຕ່າງຊາດຫຼາຍ ຊາດຫຼາຍພາສາປະປົນກັນໄປ ເຊິ່ງມີທັງລາວ, ໄທ, ຈີນ, ຫວຽດ ແຂກ, ຝຣັ່ງ ແລະ ອື່ນໆ ຈຶ່ງເອີ້ນຊື່ວ່າ: “ ເມືອງທ່າແຂກ ” ໂດຍມີຊື່ເຕັມວ່າ: “ເມືອງທ່າຂອງແຂກຄົນ” ໝາຍເຖິງເມືອງທ່ານ້ຳທີ່ຕັ້ງ ຢູ່ບໍລິເວນແມ່ນ້ຳຂອງ ເຊິ່ງມີ ຜູ້ຄົນເດີນທາງໄປມາຢ່າງ ຫລວງຫລາຍ.
ນັ້ນແມ່ນຂໍມູນເບື້ອງຕົ້ນ ສຳລັບການຄົ້ນຫາປະຫວັດ ເມືອງທ່າແຂກ, ແຕ່ເຫດການ ທີ່ປະຊາຊົນລາວລືມບໍ່ໄດ້ ຄືວັນທີ21ມີນາ1946 ເຊິ່ງ ເອີ້ນວ່າບັ້ນຮົບປ້ອງກັນຕົວ, ທີ່ພວກລ່າເມືອງຂື້ນໄດ້ທຳ ການບຸກໂຈມຕີ ທໍາລາຍຢ່າງ ປ່າເຖືອນເອົາປະຊາຊົນລາວ ທັງເດັກນ້ອຍ, ແມ່ມານ,ຜູ້ເຖົ້າ ຜູ້ແກ່, ພະສົງຖິ້ມລົງນ້ຳສ້າງບໍ່ ຈັກສຸມປືນຍິງປ່າເຖື່ອນທີ່ສຸດ,ສ້າງຄວາມເຈັບປວດທີ່ສຸດ ຕໍ່ປະຊາຊົນລາວ.
ແນວໃດກໍ່ຕາມ,ເມື່ອ ທ່ານ ເດີນທາງມາເມື່ອຍ ທ່ານກໍສາມາດແວຊີມອາຫານພື້ນບ້ານຈາກຫຼາຍທ້ອງຖິ່ນຄື: ຈາກ ພາກໃຕ້,ພາກກາງ ແລະ ພາກ ເໜືອທີ່ຮ້ານອາຫານຊັນເຊັດ ຕັ້ງຢູ່ແຄມຂອງຂອງເມືອງ ທ່າ ແຂກທີ່ມີບັນຍາກາດກ່ອມ ອາລົມເຢັນໆ ແລະ ງາມຕາ, ຜູ້ ບໍລິຫານຮ້ານອາຫານດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອຕ້ອນຮັບນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດທີ່ມາທ່ອງທ່ຽວ ແຂວງ ຄຳມ່ວນໂດຍສະເພາະເມືອງ ທ່າແຂກທາງຮ້ານອາຫານ ແຫ່ງນີ້ກໍໄດ້ກະກຽມອາຫານ ຫຼາຍຢ່າງທີ່ມາຈາກທ້ອງຖິ່ນ ຕ່າງໆຕົ້ນຕໍກໍ່ແມ່ນຈຳພວກ ກ້ອຍປານ້ຳຂອງ, ລາບ, ແກງ, ຂົ້ວ, ເອາະຫຼາມ ແລະ ອື່ນໆທີ່ ເປັນເອກະລັກມາຈາກພາກ ກາງ,ພາກເໜືອ ແລະ ພາກ ໃຕ້, ນອກນັ້ນຍັງມີ ຈຳພວກ ອາຫານທະເລ, ຊິ້ນງົວ,ຊີ້ນ ແກະຈາກຕາງປະເທດ, ພ້ອມ ທັງເຄື່ອດື່ມທີ່ຫຼາກຫຼາຍເພື່ອ ສາມາດຕອບສະໜອງຄວາມ ຕ້ອງການຂອງລູກຄ້າ, ສຳລັບ ປີທ່ອງທ່ຽວ2018 ນີ້, ທາງ ຮ້ານກໍມີສ່ວນຫຼຸດເປັນພິເສດ ເພື່ອຊ່ວຍດຶງດູດຜູ້ມາທ່ຽວ ລາວ ໃຫ້ຫລາຍຂຶ້ນ./.