ເດັກນ້ອຍ 350 ລ້ານກວ່າຄົນ ອາໄສຢູ່ໃນແດນສົງຄາມ

ອົງການເຊຟເດິຊິລເດຣັນ ລາຍງານໃນວັນທີ 15 ກຸມພານີ້ວ່າ: ເດັກນ້ອຍຈຳນວນ 357 ລ້ານກວ່າຄົນ ອາໄສຢູ່ໃນພື້ນທີ່ຂັດແຍ່ງ ຫລື ເຂດສົງຄາມ ສ່ຽງຕໍ່ການເສຍຊີວິດ ແລະ ເຫດຮຸນແຮງ ໂດຍຢູ່ຊີຣີ, ອັບການິດສະຖານ ແລະ ໂຊມາລີ ເປັນປະເທດອັນຕະລາຍທີ່ສຸດສຳລັບເຍົາວະຊົນ.
ລາຍງານຂອງອົງການເພື່ອເດັກ ພົບວ່າ: ມີເດັກນ້ອຍຢ່າງໜ້ອຍ 357 ລ້ານຄົນ ຫລື ຄິດເປັນໜຶ່ງໃນ 6 ຂອງທົ່ວໂລກ ທີ່ອາໄສຢູ່ໃນດິນແດນທີ່ມີເຫດຂັດແຍ່ງ ເຊິ່ງເພີ່ມຂຶ້ນເຖິງ 75% ຈາກຕົວເລກໃນປີ 1990, ສ່ວນໄພຄຸກຄາມອື່ນໆໄດ້ແກ່ ການລັກພາຕົວ ແລະ ຄວາມຮຸນແຮງທາງເພດ. ປະທານບໍລິຫານເຊຟເດິຊິລເດຣັນ ກ່າວວ່າ: ທຸກວັນນີ້ມີເດັກຈຳນວນເພີ່ມຂຶ້ນຕົກຢູ່ທ່າມກາງແດນສົງຄາມ, ຄວາມຂັດແຍ່ງ ແລະ ຜະເຊີນກັບຄວາມຮຸນແຮງ ລວມທັງຄວາມຮຸນແຮງທາງເພດ ແລະ ກາຍເປັນມືລະເບີດຂ້າຕົວຕາຍ ເພາະເຮືອນ, ໂຮງຮຽນ ແລະ ບ່ອນຫລິ້ນຂອງພວກເຂົາກາຍເປັນສະໜາມຮົບແລ້ວ. ສະຫະປະຊາຊາດລາຍງານວ່າ: ເດັກນ້ອຍ 73.000 ກວ່າຄົນ ຖືກສັງຫານ ຫລື ພິການໃນເຂດສົງຄາມ 25 ແຫ່ງ ນັບແຕ່ປີ 2005 ເຊິ່ງເປັນປີທຳອິດທີ່ເລີ່ມບັນທຶກສະຖິຕິໄວ້.