ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ

ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ - Lao furniture to japan - ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ
ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ - kitchen vibe - ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ

ເປັນຄັ້ງປະຫວັດສາດທີ່ຜະລິດຕະພັນເຟີນີເຈີລາວເຮັດດ້ວຍໄມ້ປູກ, ຫວາຍ ແລະ ໄມ້ໃຜ່ ໄດ້ຖືກຈັດສົ່ງໄປປະເທດຍີ່, ພາຍຫລັງຄູ່ຮ່ວມພັດທະນາໃນປະເທດດັ່ງກ່າວຄືທ່ານ ຮິເດໂອະ ມິຊຶຮາຊິ ປະທານບໍລິສັດມິຮາຊິ ຈໍາກັດ, ໄດ້ມາປະເທດລາວເມື່ອວັນທີ 13-14 ກຸມພານີ້, ໄດ້ຮັບຊື້ຜະລິດຕະພັນ​ນຳບັນດາໂຮງງານເຟີນີເຈີທີ່ເປັນເຄືອຂ່າຍຂອງສູນສົ່ງເສີມສີມືແຮງງານເວດສະພົງເປັນຈໍານວນຫລາຍ, ພ້ອມທັງຢືນຢັນວ່າຈະເປັນຕະຫລາດຫລັກໃຫ້ແກ່ຜະລິດຕະພັນສິນຄ້າຂອງລາວ.

ທ່ານ ຮິເດໂອະ ໃຫ້ສໍາພາດວ່າ: ມີຫລາຍຜະລິດຕະພັນເຟີນີເຈີລາວທີ່ໜ້າສົນໃຈ ເປັນຕົ້ນ: ເຄື່ອງແກະສະຫລັກ, ຜະລິດຕະພັນທີ່ເຮັດຈາກຫວາຍ, ຈາກໄມ້ໃຜ່ ແລະ ໄມ້ປ່ອງອື່ນໆ, ໂດຍຕົນຊື້ເປັນຈໍານວນຫລາຍເພື່ອໄປວາງສະແດງຂາຍຢູ່ຕະຫລາດໃນປະເທດຍີ່ປຸ່ນ ແລະ ຕະຫລາດສາກົນນຳອີກ,​ເພາະ​ຢູ່​ປະ​ເທດ​ອື່ນໆ​ຍັງ​ບໍ່​ມີ​ສິນຄ້າ​ແບບ​ນີ້ ​ແລະ ​ຮັບປະກັນ​ວ່າ​ຈະ​ໄດ້ຮັບຄວາມສົນໃຈຈາກລູກຄ້າເປັນຢ່າງດີ ແລະ​ ການ​ຊື້-ຂາຍຄັ້ງນີ້​ເປັນ​ການ​ເລີ່​ມ​ຕົ້ນ, ​ເຊິ່ງ​ໃນ​ຕໍ່ຫນ້າ​ຍັງ​ຈະ​ຊື້​ຫລາຍ​ຂື້ນ​ ແລະ ​ຢືນຢັນ​ຈະ​ເປັນຕະຫລາດຫລັກ​ຂອງ​ສິນຄ້າດັ່ງກ່າວ, ເພື່ອສົ່ງເສີມສີ​ໄມ້​ລາຍ​ມື​ຂອງ​ຄົນ​ລາວ, ສົ່ງ​ເສີມ​ດ້ານ​ການ​ຕະຫລາດ, ສົ່ງ​ເສີມ​ການ​ຜະລິ​ດທີ່​ໄດ້ຄຸນ​ນະພາ​ບ, ​ຖ້າລູກຄ້າຊື້ໄປໃຊ້ດີແນ່ນອນເຂົາກໍຈະມາຊື້ອີກ, ນີ້​ຄືຄວາ​ມຕັ້ງ​ໃຈ​ທີ່​ຈະ​ຊ່ວຍ​ພັດທະນາ ແລະ ສົ່ງເສີມ​ຜະລິດ​ຕະພັນລາວ.

ທ່ານ ໂຍທິນ ເວດສະພົງ ປະທານສູນພັດທະນາສີມີແຮງງານເວດສະພົງໃຫ້ຮູ້ວ່າ: ນີ້ເປັນຄູ່ຮ່ວມພັດທະນາທີ່​ດີ​ ແລະ​ ມີ​ຄວາ​ມໝັ້ນ​ໃຈ​ວ່າ​ເປັນ​ໂອກາດ​ຂອງ​ນັກທຸລະກິດ​ລາວ​ທີ່​ຈະ​ຄ້ວາ​ໂອ​ກາດ​ການ​ຊ່ວຍ​ເຫລືອນີ້​ໄວ້ ກໍ​ຄື​ສ້າງ​ຜະລິດ​ຕະພັນ​ທີ່​ເຂົາ​ຕ້ອງການ​ ແລະ ​ສະໜອງ​ຢ່າງ​ພຽງພໍ ​​ແລະ ​ສູນ​ກໍຈະ​ເຮັດ​ໜ້າ​ທີ່​​ເປັນ​ຜູ້​ປະສານ​ງານ​ທີ່​ດີເພື່ອ​ຊ່ວຍ​​ສະມາຊິກ​ທີ່​ຂື້ນ​ກັບ​ສູນພວກເຮົາ​, ເຊິ່ງປັດຈຸບັນມີສະມາຊິກຈໍານວນ 45 ​ໂຮງງານ​ ແລະ ​ການ​ມາ​ເທື່ອ​ນີ້​ຂອງ​ທ່ານ ຮິເດໂອະ ມິຊຶຮາຊິ ກໍ​ໄດ້​ຊື້​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ລາວຈາກ​ໂຮງງານ​ສະມາຊິກ 1 ຕູ້ຄອນເທັນເນີ ​ເພື່ອ​ໄປ​ວາງສະ​ແດງ ​ແລະ ​ຂາຍ​ໃນຕະຫລາດ​ຍີ່ປຸ່ນ ​ແລະ ​ໂອກາດ​ສົ່ງອອກ​ສູ່​ຕະຫລາດ​ສາກົນ​ກໍ​ມີ​ສູງ.

ຜ່ານ​ມາ​ຄູ່​ຮ່ວມ​ພັດທະນາ​ນີ້, ​​ໄດ້ຊ່ວຍເຫລືອດ້ານກົນຈັກ, ການສິດສອນ,ບົດຮຽນຕ່າງໆ ແລະ ພ້ອມຈະ​ສົ່ງ​ຄູ​ອາຈານ​ຍີ່ປຸ່ນ​ມາ​ຊ່ວຍ​ສອນ​ປະຈຳ​ຢູ່​ລາວ,ພ້ອມ​ທັງ​ຈ​ະ​ເປັນຕະຫລາດ​ສິນຄ້າ​ເຟີ​ນີ​ເຈີ​ລາວ​ແບບ​ບໍ່​ມີ​ກຳນົດ.

ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ - 5 - ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ
ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ - 4 - ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ
ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ - 3 - ຜະລິດຕະພັນເຟີນີເຈີລາວໄປສູ່ຕະຫລາດຍີ່ປຸ່ນຄັ້ງທຳອິດ