ເບຍລາວນຳສະເໜີຮູບແບບໂຄສະນາໃໝ່ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2018
ວັນທີ 15 ກຸມພານີ້, ຢູ່ບໍລິສັດເບຍລາວຈໍາກັດ, ໄດ້ຈັດພິທີຖະແຫລງຂ່າວນໍາສະເໜີຮູບເງົາໂຄສະນາເລື່ອງທີ 2 ທີ່ມີຊື່ວ່າ: ຈິງໃຈ, ພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ” ໂດຍມີທ່ານ ເຮັນຣິກ ຢູ ເອັນເດີຊັນ ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ, ມີຄະນະອໍານວຍການ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານອຳນວຍການບໍລິສັດເບຍລາວ ໃຫ້ຮູ້ວ່າ: ປີນີ້ເບຍລາວໄດ້ເຜີຍແຜ່ຮູບເງົາໂຄສະນາເລື່ອງທີ 2 ທີ່ມີຊື່ວ່າ: ຈິງໃຈ ເຊິ່ງເນື້ອໃນຫລັກແມ່ນເພື່ອບອກເລົ່າເລື່ອງລາວຄວາມຈິງໃຈຂອງຄົນລາວຜ່ານສາຍຕາຂອງຊາວຕ່າງປະເທດ ທີ່ເກີດຄວາມປະທັບໃຈການມາທ່ອງທ່ຽວປະເທດລາວ ແລະ ໄດ້ພົບພໍ້ປະສົບການດີໆຈາກຄວາມມີນ້ຳໃຈຂອງຄົນລາວ, ບຸນປະເພນີ ແລະ ຮີດຄອງວັດທະນະທຳອັນດີງາມຂອງລາວ, ໃນໂອກາດດຽວກັນນີ້, ບໍລິສັດເບຍລາວ ຍັງໄດ້ພັດທະນາຮູບພາບສື່ສິ່ງພິມໃໝ່ທີ່ສືບຕໍ່ນຳສະເຫນີຄວາມພູມໃຈໃນຄວາມເປັນລາວ, ພູມິ ປະເທດ, ສະຖານທີ່ແຫລ່ງທ່ອງທ່ຽວອັນສວຍງາມ, ອາຫານ ແລະ ຮີດຄອງປະເພນີອັນດີງາມຂອງລາວ, ເພື່ອປະກອບສ່ວນສົ່ງເສີມປີທ່ອງທ່ຽວລາວ 2018 ໃຫ້ຕ່າງປະເທດໄດ້ຮັບຮູ້ກວ້າງຂວາງຫລາຍຂຶ້ນ.
ປັດຈຸບັນ, ຜະລິດຕະພັນເບຍລາວໄດ້ສົ່ງອອກໄປຈໍາໜ່າຍຫລາຍກວ່າ 20 ປະເທດໃນໂລກ.