ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະຫລຸບວຽກງານເສນາທິການປະຈໍາປີ 2017
ໃນວັນທີ 15 ກຸມພານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທອງທ່ຽວ (ຖວທ), ໄດ້ຈັດກອງປະຊຸມສະຫລຸບວຽກງານເສນາທິການທົ່ວປະເທດປະຈໍາປີ 2017, ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງດັ່ງກ່າວ, ພ້ອມທັງມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ພວກເຮົາຈະພ້ອມກັນຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ ແລະ ກໍານົດທິດທາງແຜນການໃນປີຕໍ່ໜ້າ, ພ້ອມທັງປຶກສາຫາລືລົງເລິກໃນວຽກງານການຄຸ້ມຄອງ-ບໍລິຫານໃນຂະແຫນງການເສນາທິການ, ເຊິ່ງເປັນວຽກກວມລວມສອດຫ້ອຍໃນທຸກໆຂະແໜງການ ເປັນຕົ້ນ: ການຄຸ້ມຄອງບໍລິຫານຫ້ອງການ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານກວດກາ, ການພົວພັນຮ່ວມມືສາກົນ, ວຽກງານສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ວຽກງານແຜນການ-ການເງິນ ແລະ ນິຕິກຳ ເພື່ອໃຫ້ເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ, ເພື່ອຈັດຕັ້ງປະຕິບັດແຜນພັດທະນາວຽກງານຖະແຫລງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງໃຫ້ປະກົດຜົນເປັນຈິງ.