ມອບ-ຮັບໜ້າທີ່ປະທານຄະນະກຳມາທິການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດຜູ້ໃໝ່.


ພິທີມອບ-ຮັບໜ້າທີ່ປະທານຄະນະກຳມາທິການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດລະຫວ່າງທ່ານ ກຸ ຈັນສີນາ ຜູ້ເກົ່າ ແລະ ທ່ານພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທັງເປັນປະທານຄະນະກຳມາທິການດັ່ງກ່າວຜູ້ໃໝ່, ໄດ້ຈັດຂຶ້ນໃນວັນທີ 14 ກຸມພານີ້, ທີ່ກະຊວງດັ່ງກ່າວ, ໂດຍມີຄະນະພັກ-ຄະນະບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ, ພ້ອມທັງໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານຜ່ານມາວ່າ: ຄະນະກຳມາທິການ ແລະ ຄວບຄຸມຢາເສບຕິດໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງໜັກແໜ້ນເຂັ້ມແຂງ, ໂດຍສະເພາະການສຶກສາອົບຮົມ ແລະ ໂຄສະນາຜົນຮ້າຍຂອງຢາເສບຕິດ ເພື່ອປູກຈິດສຳນຶກໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ, ກໍຄືຜົນຮ້າຍຂອງຢາເສບຕິດ, ພ້ອມນີ້ຍັງໄດ້ເຜີຍແຜ່ອອກຂ່າວຜ່ານສື່ຕ່າງໆ ເຊັ່ນ: ໜັງສືພິມ, ວິທະຍຸ, ໂທລະພາບ ອັນເປັນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວໃນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດເປັນຢ່າງດີ, ໄປຄຽງຄູ່ກັບເອົາໃຈໃສ່ບຳບັດປິ່ນປົວຜູ້ຕິດຢາເສບຕິດ, ລວມທັງການນຳໃຊ້ງົບປະມານ ແລະ ຍາດແຍ່ງເອົາການຊ່ວຍເຫລືອຕ່າງໆຈາກສາກົນເພື່ອມາປັບປຸງ ແລະ ກໍ່ສ້າງສູນປິ່ນປົວຜູ້ຕິດຢາເສບຕິດໃນທົ່ວປະເທດ.
ໃນໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳກວດກາ ແລະ ຄວບຄຸມຢາເສບຕິດຂັ້ນກະຊວງ, ໂດຍແຕ່ງຕັ້ງທ່ານພົນຕີ ສົມຫວັງ ທຳມະສິດ ເປັນຫົວໜ້າ, ພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ເປັນຮອງ ແລະ ທ່ານພັນເອກ ອ່ອນຜິວ ໄຊຍະລາດ ເປັນຄະນະ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳສະພາບໍລິຫານກອງທຶນສະກັດກັ້ນ ແລະ ຄວບຄຸມຢາເສບຕິດ, ໂດຍແຕ່ງຕັ້ງທ່ານພົນຈັດຕະວາ ທອງເຫລັກ ມັງໜໍ່ເມກ ເປັນຫົວໜ້າ, ທ່າພັນເອກ ອ່ອນຜິວ ໂຄ້ງວຽງທອງ ເປັນຮອງ, ທ່ານພັນເອກ ຄຳແພງ ໄຊຍະລາດ ແລະ ພັນໂທ ໜູຈອນ ກ້ອນທອງດຳ ເປັນຄະນະ ເພື່ອຕັ້ງໜ້າສຸມທຸກສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ປະຕິບັດໜ້າທີ່ໃນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ມີປະສິດທິຜົນກວ່າເກົ່າ.