ສອງຍັກພຣີເມຍລີກຈັບຕາສະຖານະການ ຊໍ

ລຸກ ຊໍ ຟູລແບັກ ແມນເຊັສເຕີ ຢູໄນເຕັດ ເນື້ອຫອມສຸດໆ ຫລັງມີຂ່າວ ເຊລຊີ ແລະ ອາເຊນອລ ຕ່າງຈັບຕາສະຖານະການເລື່ອງການຂະຫຍາຍສັນຍາຂອງນັກເຕະ ເຫດນັກເຕະອັງກິດຫາຍເຈັບກັບມາຫລິ້ນດີອີກຄັ້ງໃນຕອນນີ້.
ເດລີ ເມລ ສື່ຊື່ດັງຂອງອັງກິດ ລາຍງານຂ່າວວ່າ: ອາເຊນອລ ແລະ ເຊລຊີ 2 ສະໂມສອນຊັ້ນນຳຈາກເວທີພຣີເມຍລີກ ອັງກິດ ຕ່າງກຳລັງເຝົ້າເບິ່ງສະຖານະການເລື່ອງຕໍ່ສັນຍາຂອງ ລຸກ ຊໍ ແບັກຊ້າຍຊາວອັງກິດ ຢູ່. ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ພ້ອມເຈລະຈາກັບນັກເຕະເລື່ອງການຂະຫຍາຍສັນຍາອອກໄປ.
ຟູລແບັກຊາວອັງກິດ ອາຍຸ 22 ປີ ຍັງເຫລືອສັນຍາກັບ ແມນເຊັສເຕີ ຢູໄນເຕັດ ຈົນເຖິງກາງປີ 2019 ຫລັງຈາກຍ້າຍມາຈາກ ເຊົາແທມຕັນ ດ້ວຍຄ່າຕົວ 31,5 ລ້ານປອນ ໃນປີ 2014 ເນື່ອງຈາກ ແມນເຊັສເຕີ ຢູໄນເຕັດ ຫາກໍຂະຫຍາຍສັນຍາອີກ 1 ປີ ກັບ ຊໍ ໃນລະດູການນີ້ ເພື່ອຫລີກເວັ້ນບໍ່ໃຫ້ເສຍລາວ.
ເຖິງວ່າເຄີຍມີອາການບາດເຈັບໜັກລົບກວນ ແຕ່ມີລາຍງານວ່າ ເຊລຊີ ແລະ ອາເຊນອລ ຕ້ອງການ ຊໍ ມາເສີມທີມ. ຂະນະທີ່ ໂມເຊ ມູຣິນໂຢ ຫາກໍອອກມາເປີດເຜີຍວ່າ ກອງຫລັງຕົວເກັ່ງສົມຄວນໄດ້ຮັບສັນຍາສະບັບໃໝ່ ຫລັງກັບມາມີສະພາບຮ່າງກາຍສົມບູນອີກຄັ້ງ ແລະ ສ້າງຜົນງານໄດ້ຢ່າງດີຫລາຍ.