ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ

ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ - 1518697201005 960x0 - ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ
ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ - kitchen vibe - ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ

ປະທານາທິບໍດີ ​ໂຣດຣິ​ໂກ ດູ​ເຕີ​ເຕ ຂອງ​ຟີ​ລິບ​ປິນ ສະ​ເໜີ​ໃຫ້​ເງິນ​ລາງວັນ​ເປັນ​ຄ່າ​ຫົວ​ແກ່​ເຈົ້າໜ້າ​ທີ່​ລັດຖະບານ​ທີ່​ສາມາດ​ສັງຫານ​ສະມາຊິກ​ຂອງ​ກຸ່ມ​ກະບົດ​ກອມ​ມູນິດ ຄົນ​ລະ​ເກືອບ 500 ​ໂດ​ລາ ​ເພື່ອ​ປະຢັດ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປາບ​ປາມ​ກອມ​ມູນິດ​ໃນ​ປະ​ເທດ.

ປະທານາທິບໍດີ ດູ​ເຕີ​ເຕ ກ່າວ​ປາ​ໄສ​ຢູ່​ຖານ​ທັບ​ອາກາດ​ແຫ່ງ​ໜຶ່ງ​ໃນ​ເມື​ອງ​ເຊ​ບູ ທາງ​ພາກ​ກາງຂອງ​ປະ​ເທດ ​ໃນ​ວັນ​ທີ 15 ກຸມພາ​ວ່າ: ​ຖ້າ​ໃຜ​ສາມາດ​ສັງຫານ​ສະມາຊິກ​ຂອງ​ກອງທັບ​ປະຊາຊົນ​ໃໝ່ ​ເຊິ່ງ​ເປັນ​ກຸ່ມ​ກອງ​ໂຈນ​ກອມ​ມູນິດ, ທ່ານ​ຈະ​ຈ່າຍ​ເງິນ​ໃຫ້​ທັນທີ 25.000 ​ເປ​ໂຊ ຫລື ປະມານ 475 ​ໂດ​ລາ​ສະຫະລັດ. ທ່ານ ດູ​ເຕີ​ເຕ ກ່າວ​ວ່າ: ທ່ານ​ໄດ້​ຄິດ​ໄລ່​ແລ້ວ​ວ່າ ຖ້າ​ການ​ເຮັດ​ສົງຄາ​ມປາບ​ປາມ​ກຸ່ມ​ກອມ​ມູນິດ​ດຳ​ເນີນ​ຕໍ່​ໄປ​ເປັນ​ເວລາ 4 ປີ ລັດຖະບານ​ຈະ​ເສຍ​ຄ່າ​ໃຊ້​ຈ່າຍ​ສູງ, ຖ້າ​ຈ່າຍ​ຄ່າ​ຫົວ​ຄົນ​ລະ 25.000 ​ເປ​ໂຊ ທ່ານ​ສາມາດ​ປະຢັດ​ເງິນ​ໄດ້​ເຖິງ 47%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ວ່າ ທ່ານ ດູ​ເຕີ​ເຕ ກ່າວ​ອີກ​ວ່າ: ທ່ານ​ເຊື່ອ​ວ່າ ບັນດາ​ເຈົ້າໜ້າ​ທີ່​ຄວາມ​ໝັ້ນຄົງ​ຂອງ​ລັດຖະບານ​ທີ່​ເຮັດ​ວຽກ​ຢູ່​ໃນ​ພື້ນທີ່​ໃນ​ປ່າ ສາມາດ​ສັງຫານ​ສະມາຊິກ​ກຸ່ມ​ກອມ​ມູນິດ​ໄດ້​ຢ່າງ​ງ່າຍດາຍ ຖ້າ​ສາມາດ​ຍິງ​ນົກ​ໄດ້​ກໍ​ສັງຫານ​ໄດ້ ​ເພາະ​ຫົວ​ຂອງ​ຄົນ​ເຫລົ່າ​ນີ້​ໃຫຍ່​ກວ່າ​ນົກ​.

ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ
ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ - 3 - ຜູ້ນຳຟີລິບປິນສະເໜີໃຫ້ເງິນຄ່າຫົວ ແກ່ເຈົ້າໜ້າທີ່ທີ່ສັງຫານກະບົດກອມມູນິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!