ປະທານາທິບໍດີອາຟຣິກາໃຕ້ ຄົນໃໝ່ຮັບຕຳແໜ່ງ

ທ່ານ ໄຊຣິລ ຣາມາໂຟຊາ ສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນໃໝ່ຂອງອາຟຣິກາໃຕ້ຢ່າງເປັນທາງການ, ພາຍຫລັງການລາອອກຂອງທ່ານ ຈາຄັອບ ຊູມາ ເຊິ່ງຜະເຊີນກັບສຽງວິຈານສໍ້ລາດບັງຫລວງ.
Cyril Ramaphosa sworn in as South Africa's new president https://t.co/bICijaVYfw #PresidentElection pic.twitter.com/oUajld90Vt
— BBC Breaking News (@BBCBreaking) February 15, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຄັບທາວ ປະເທດອາຟຣິກາໃຕ້ ໃນວັນທີ 16 ກຸມພາວ່າ: ທ່ານ ໄຊຣິລ ຣາມາໂຟຊາ ສາບານຕົນຕໍ່ທ່ານ ໂມກອງ ໂມກອງ ປະທານສານສູງສຸດ ໃນເມືອງເຄັບທາວ ໃນວັນທີ 15 ກຸມພາ ເພື່ອຮັບຕຳແໜ່ງປະທານາທິບໍດີຄົນທີ 5 ຂອງອາຟຣິກາໃຕ້ຢ່າງເປັນທາງການ ຫລັງໄດ້ຮັບການລົງມະຕິຮັບຮອງຈາກລັດຖະສະພາ ໂດຍທ່ານ ຣາມາໂຟຊາ ອາຍຸ 65 ປີ ເຊິ່ງດຳລົງຕຳແໜ່ງປະທານພັກສະມັດຊາແຫ່ງຊາດອາຟຣິກາ (ANC) ໃຫ້ຄຳໝັ້ນການເດີນໜ້າປາບປາມການສໍ້ລາດບັງຫລວງ ແລະ ການແກ້ໄຂຂະບວນການຄອບຄອງລັດ ເຊິ່ງໝາຍເຖິງເຄືອຂ່າຍການສຸຈະລິດພາຍໃນໜ່ວຍງານລັດວິສາຫະກິດຫລາຍແຫ່ງ ເຊິ່ງລ້ວນມີບຸກຄົນໃກ້ຊິດຂອງອະດີດປະທານາທິບໍດີ ຈາຄັອບ ຊູມາ ເຂົ້າມາກ່ຽວຂ້ອງ.
Cyril Ramaphosa becomes South Africa's president a day after embattled leader Jacob Zuma resigned https://t.co/bICijaVYfw #PresidentElection pic.twitter.com/afw8fxIukz
— BBC Breaking News (@BBCBreaking) February 15, 2018
ທັງນີ້, ທ່ານ ຊູມາ ອາຍຸ 75 ປີ ຖະແຫລງຍອມລາອອກຈາກຕຳແໜ່ງປະທານາທິບໍດີຢ່າງເປັນທາງການ ໃນວັນທີ 14 ກຸມພາ ຫລັງຢູ່ໃນຕຳແໜ່ງມາແຕ່ປີ 2009 ທ່າມກາງແຮງກົດດັນຢ່າງໜັກຈາກພັກ ANC ເຊິ່ງກອງປະຊຸມຄະນະກຳມະການບໍລິຫານມີມະຕິໃນອາທິດຜ່ານມາ ຮຽກຄືນຕຳແໜ່ງປະມຸກຂອງປະເທດຈາກທ່ານ ຊູມາ ເຊິ່ງກ່ອນໜ້ານັ້ນປະຕິເສດລາອອກຕາມເສັ້ນຕາຍ 48 ຊົ່ວໂມງ. ເຖິງຢ່າງໃດກໍດີ, ທ່ານ ມູຊາ ຢືນຢັນວ່າທ່ານບໍ່ໄດ້ຮັບຄວາມເປັນທຳຈາກ ANC ແລະ ປະຕິເສດຂໍ້ກ່າວຫາສໍ້ລາດບັງຫລວງທັງໝົດ.