ກຳປູເຈຍຈັບຜູ້ຕ້ອງສົງໄສ ທັງໄທ ແລະ ໄຕ້ຫວັນຄະດີຕົ້ມຕຸ້ນອອນລາຍ

ເຈົ້າໜ້າທີ່ກຳປູເຈຍຖະແຫລງໃນວັນທີ 16 ກຸມພານີ້ ຈາກຜົນການຈັບກຸມຜູ້ຕ້ອງສົງໄສ 36 ຄົນຈາກກຳປູເຈຍ, ໄຕ້ຫວັນ ແລະ ໄທ ໂດຍສົງໄສວ່າດຳເນີນທຸລະກິດຕົ້ມຕຸ້ນທາງເຄືອຂ່າຍອອນລາຍ ເພື່ອຫລອກເງິນເຫຍື່ອຂ້າມປະເທດ.
ຜ່ານມາກຳປູເຈຍ ເຊິ່ງເປັນພັນທະມິດກັບຈີນ ໄດ້ເນລະເທດຊາວຈີນ ແລະ ຊາວໄຕ້ຫວັນຫລາຍຮ້ອຍຄົນ ໃນໄລຍະ 2-3 ປີຜ່ານມາ ຈາກການປາບປາມແກ້ງຕົ້ມຕຸ້ນທາງອິນເຕີເນັດ ເຊິ່ງມີເຄືອຂ່າຍຢູ່ຫລາຍແຫ່ງໃນກຳປູເຈຍ ລວມທັງຢູ່ນະຄອນຫລວງພະນົມເປັນ ເພື່ອຫລອກເຫຍື່ອໃຫ້ຕາຍໃຈ ແລະ ໂອນເງິນມາ. ເຈົ້າໜ້າທີ່ລະດັບສູງກຳປູເຈຍຖະແຫລງວ່າ: ການຈັບກຸມໃນຄັ້ງນີ້ມີຂຶ້ນຢູ່ນະຄອນຫລວງພະນົມເປັນ ແລະ ເມືອງສີໜຸວິລ ເຊິ່ງເປັນແຫລ່ງລົງທຶນຂອງຈີນ ໂດຍພົບວ່າໃຊ້ກຳປູເຈຍເປັນຖານເຄືອຂ່າຍຫລອກໃຫ້ເຫຍື່ອໃນຕ່າງປະເທດໂອນເງິນມາໃຫ້. ເຈົ້າໜ້າທີ່ກຳປູເຈຍກ່າວວ່າ: ການບຸກຈັບກຸມດັ່ງກ່າວໄດ້ປະສານງານກັບຕຳຫລວດໄທແລ້ວ ຫລັງສານໄທອອກໝາຍຈັບ ໂດຍກຸ່ມຜູ້ຕ້ອງສົງໄສທີ່ຖືກຈັບກຸມໄດ້ເປັນຊາວໄທ 26 ຄົນ, ໄຕ້ຫວັນ 6 ຄົນ ແລະ ກຳປູເຈຍ 4 ຄົນທີ່ຖືກຂໍ້ຫາຫລອກລວງເງິນຈາກເຫຍື່ອທັງຢູ່ຈີນ ແລະ ໄທ ເຊິ່ງທັງໝົດຈະຖືກເນລະເທດຖ້າບໍ່ພົບວ່າກະທຳຜິດຄະດີໃນກຳປູເຈຍ.