​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 

​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - fire 2 - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 
​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - kitchen vibe - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 

ເຈົ້າໜ້າທີ່​ສະກັດ​ກັ້ນ ​ແລະ ມອດ​ໄຟ​ແຂວງສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ 19:00 ​ໂມງ​ຂອງ​ວັນ​ທີ 15 ກຸ​ມພາຜ່ານມາ, ​ໄດ້​ເກີດ​ເຫດ​ໄຟ​ໄໝ້ຢູ່ໃນຕະຫລາດ​ພັດທະນາ​ຄົບ​ວົງ​ຈອນ​ເຊ​ໂນ, ເມືອງອຸທຸມພອນແຂວງສະຫວັນນະເຂດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ສົມຄວນ. ຕະຫລາດ​ດັ່ງກ່າວ​ສ້າງ​ຂຶ້ນມາໄດ້​ 5 ​ປີ​ແລ້ວ, ໂດຍແມ່ນບໍລິສັດມິດຕະພາບເປັນເຈົ້າຂອງ ແລະ ເປັນ​ຕະຫລາດຂະໜາດ​ໃຫຍ່ ແລະ ກວ້າງຂວາງ, ​ເຊິ່ງຈຸດ​​ຕົ້ນເພີງແມ່ນຢູ່​ເບື້ອງ​ຫລັງ​ຂອງອາຄານ​ຕະຫລາດ​ທີ່​ຂາຍ​ສິນຄ້າ​ປະ​ເພດ​ເສື້ອຜ້າ ​ແລະ ​ເຄື່ອງອຸປະໂພກ-ບໍລິໂພກ​ທົ່ວ​ໄປ, ໂດຍ​ໄດ້​ລະດົມກໍາລັງເຈົ້າໜ້າທີ່ ແລະ ​ລົດນໍ້າຫລາຍຄັນເຂົ້າດັບມອດໄຟ​ຫລາຍ​ຊົ່ວ​ໂມງ​ ຈຶ່ງ​ສາມາດ​ຄວບ​ຄຸມ​ໄຟ​ບໍ່​ໃຫ້​ລຸກ​ໄໝ້ຂະຫຍາຍ​ວົງ​ກວ້າງ, ສ່ວນ​ສາ​ເຫດ ແລະ ຜົນເສຍຫາຍຈາກເຫດໄຟໃໝ້ຄັ້ງນີ້ເຈົ້າໜ້າທີ່​ກຳລັງ​ເລັ່ງສືບສວນ-ສອບ​ສວນ.

​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - 4 - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 
​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - 3 - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 
​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - 5 - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 
​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - Visit Laos Visit SALANA BOUTIQUE HOTEL - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ 
​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​ - Visit Laos Visit SALANA BOUTIQUE HOTEL - ​ເກີດ​ເຫດ​ໄຟ​ໄໝ້ຕະຫລາດ​ພັດທະນາເຊ​ໂນ.​