ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານພັກກະຊວງພາຍໃນ

ກອງປະຊຸມຄົບຄະນະເປີດກວ້າງຄັ້ງທີ 5 ແລະ ສະຫລຸບຜົນງານການຊີ້ນຳ-ນໍາພາປະຈໍາປີ 2017 ຂອງຄະນະບໍລິຫານງານພັກກະຊວງພາຍໃນສະໄໝທີ I ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄໍາໝັ້ນ ສູນວິເລີດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພາຍໃນ, ມີບັນດາສະຫາຍຮອງລັດຖະມົນຕີ, ພ້ອມດ້ວຍບສະມາຊິກພັກ-ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ຄຳໝັ້ນ ສູນວິເລີດ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ຜູ້ແທນ ເຂົ້າຮ່ວມໄດ້ຮັບຟັງການສະຫລຸບຕີລາຄາການຊີ້ນຳ-ນໍາພາຂອງຄະນະບໍລິຫານງານພັກກະຊວງປະຈຳປີ 2017 ແລະ ທິດທາງແຜນການປີ 2018, ພ້ອມທັງປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບດັ່ງກ່າວ, ພ້ອມທັງຟັງການເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນຳພາ- ຄຸ້ມຄອງ, ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານ-ຄຸ້ມຄອງ, ຄຳສັ່ງວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເຊິ່ງໃນຕໍ່ໜ້ານີ້, ມັນໄດ້ຮຽກຮ້ອງໃຫ້ພະນັກງານຫລັກແຫລ່ງ, ສະມາຊິກພັກ ຕ້ອງຕັ້ງໜ້າປັບປຸງເສີມຂະຫຍາຍບົດ ບາດການນຳພາຂອງຄະນະພັກແຕ່ລະຂັ້ນ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ເຊີດຊູບົດບາດ ແລະ ຍົກສູງຄວາມສາມາດໃນ ການເຄື່ອນໄຫວວຽກງານວິຊາສະເພາະຂອງຂະແໜງພາຍໃນ, ຍົກສູງຄວາມຮັບຜິດຊອບຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການປະຕິບັດໜ້າທີ່ວຽກງານ, ໂດຍສະເພາະຜູ້ເປັນຫົວໜ້ານໍາພາຕ້ອງໄດ້ເປັນແບບຢ່າງນຳໜ້າ ແລະ ຄຸ້ມຄອງພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີຊີ້ນຳ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຂະບວນການຕ່າງໆ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານກໍ່ສ້າງພັກໃຫ້ມີປະສິດທິຜົນ.