ກອງປະຊຸມວຽກງານ ຖວທ ທົ່ວປະເທດ    

ກອງປະຊຸມວຽກງານ ຖວທ ທົ່ວປະເທດ - IC meeting - ກອງປະຊຸມວຽກງານ ຖວທ ທົ່ວປະເທດ    
ກອງປະຊຸມວຽກງານ ຖວທ ທົ່ວປະເທດ - kitchen vibe - ກອງປະຊຸມວຽກງານ ຖວທ ທົ່ວປະເທດ    

ກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ, ໄດ້ໄຂໃນວັນທີ 16 ກຸມພານີ້, ທີ່ຫໍວັດທະນະທໍາແຫ່ງຊາດນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບໍ່ແສງຄຳ ວົງດາລາ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ ແລະ ຜູ້ຕາງໜ້າພະແນກ ຖວທ ໃນທົ່ວປະເທດເຂົ້າຮ່ວມ, ເພື່ອສະຫລຸບຕີລາຄາການເຄື່ອນໄຫວວຽກງານໃນໜຶ່ງປີຜ່ານມາ ແລະ ພ້ອມກັນເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ສິ່ງທ້າທາຍດ້ວຍຄວາມຮັບຜິດຊອບສູງ, ເພື່ອຕັດສິນໃຈສູ້ຊົນໃຫ້ວຽກງານ ຖວທ ມີການຫັນປ່ຽນທີ່ຕັ້ງໜ້າ, ເນື່ອງຈາກວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມການພັດທະນາສັງຄົມ, ເປັນພື້ນຖານຂອງອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ແລະ ເປັນປັດໄຈຕັດສິນການຍືນຍົງຄົງຕົວ ແລະ ການຂະຫຍາຍຕົວຂອງຊາດເຮົາໃຫ້ທຽມທັນກັບບັນດາປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້.

ທ່ານລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ວ່າ: ໃນປີຜ່ານມາ, ພວກເຮົາໄດ້ມີຜົນສຳເລັດໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ມະຕິກອງະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ເຊິ່ງສາມາດຕີລາຄາໄດ້ວ່າວຽກງານໃນທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການທີ່ດີ, ຄະນະພັກ-ຄະນະນຳແຕ່ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບສູງຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດມາ. ແຕ່ເຖິງຢ່າງໃດກໍດີ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງການພັດທະນາສ້າງສາໃນໄລຍະໃໝ່ແລ້ວ, ເຫັນວ່າວຽກງານ ຖວທ ຍັງມີບາງຈຸດອ່ອນ ເປັນຕົ້ນ: ການປະຕິບັດແຜນພັດທະນາຂອງຂະແໜງການຍັງເຮັດໄດ້ໃນຂອບເຂດຈຳກັດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ກຳນົດວິທີການເພື່ອແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຂະແໜງການໃຫ້ມີຄວາມສອດຄ່ອງເໝາະສົມ, ແນໃສ່ເຮັດໃຫ້ວຽກງານ ຖວທ ໃຫ້ມີບາດກ້າວຂະຫຍາຍຕົວເຂັ້ມແຂງຂຶ້ນເລື້ອຍໆ.

 

ກອງປະຊຸມວຽກງານ ຖວທ ທົ່ວປະເທດ - 4 - ກອງປະຊຸມວຽກງານ ຖວທ ທົ່ວປະເທດ    
ກອງປະຊຸມວຽກງານ ຖວທ ທົ່ວປະເທດ - 3 - ກອງປະຊຸມວຽກງານ ຖວທ ທົ່ວປະເທດ    
ກອງປະຊຸມວຽກງານ ຖວທ ທົ່ວປະເທດ - 5 - ກອງປະຊຸມວຽກງານ ຖວທ ທົ່ວປະເທດ