ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ

ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - kitchen vibe - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ

ທ່ານຫົວໜ້າພະ​ແນ​ກພະລັງງານ ​ແລະ ບໍ່​ແຮ່ນະຄອນຫລວງ​ວຽງ​ຈັນ ຊົງເລົາ ຢົງ​ນູ ໃຫ້ຮູ້ໃນກອງປະຊຸມ​ຖອດ​ຖອນ​ບົດຮຽນ​ວຽກງານກວດກາ​ການ​ຊົມ​ໃຊ້​ໄຟຟ້າ​ໃນ​ຄົວ​ເຮືອນ​ທົ່ວ​ນະຄອນຫລວງ​ວຽງ​ຈັນເມື່ອທ້າຍອາທິດຜ່ານມານີ້ວ່າ: ປັດຈຸບັນ, ນະຄອນຫລວງວຽງຈັນແມ່ນມີ​ພົນລະ​ເມືອງ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນໃນ 9 ຕົວ​ເມືອງ, 481 ບ້ານ ແລະ 169 ພັນຄອບຄົວ, ເຊິ່ງເຮັດໃຫ້ການ​ຊົມ​ໃຊ້​ໄຟຟ້າ​ໄດ້​ເພີ່ມ​ຂຶ້ນຢ່າງ​ໄວວາ, ໂດຍມີປະລິມານ​ການ​ໃຊ້​ໄຟຟ້າ​ປະມານ 1,6 ລ້ານກວ່າກິໂລວັດໂມງຕໍ່ປີ (Gwh) ຫລື ປະມານ 4.695 ກິໂລວັດໂມງຕໍ່ມື້ ແລະ ຜ່ານການລົງຕິດ​ຕາມກວດກາບັນດາອາຄານ, ອົງການ, ເຮືອນຊານບ້ານຊ່ອງຂອງປະຊາຊົນໃນ 4 ຕົວເມືອງໃນຄື: ຈັນທະບູລີ, ສຮສັດຕະນາກ, ສີໂຄດຕະບອງ ແລະ ເມືອງໄຊເສດຖາ ພົບວ່າມີຄວາມສ່ຽງໃນຫລາຍຈຸດທີ່ອາດຈະເກີດອັກຄີໄພໄດ້ງ່າຍ ເປັນຕົ້ນ: ​ເຮືອນ​ທີ່ມີຄວາມເກົ່າ​ແກ່ຊຸດໂຊມ, ຊຸມ​ຊົນ​ແອ​ອັດ, ຕະຫລາດ ​ແລະ ສະຖານທີ່ອື່ນໆ, ຍ້ອນສາຍໄຟເກົ່າແກ່ ແລະ ບໍ່ໄດ້ມາດຕະຖານ ແລະ ມີການຈູດຂີ້ເຫຍື້ອຊະຊາຍດັ່ງນີ້ເປັນຕົ້ນ.

ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ນັບແຕ່ປີ 2010-2017 ຢູ່ນະຄອນຫລວງວຽງຈັນມີ​ອັກຄີ​ໄພ​ເກີດ​ຂຶ້ນທັງ​ໝົດ 508 ຄັ້ງ, ​ໃນ​ນັ້ນ​ໄຟ​ໄໝ້​ຂະໜາດ ໃຫຍ່ມີ 7 ຄັ້ງ, ​ໄໝ້ລະດັບ​ກາງ 15 ຄັ້ງ ​ແລະ ​ໄໝ້ເຮືອນທົ່ວໄປ 486 ຄັ້ງ, ສ້າງຄວາມຄ່າ​ເສຍ​ຫາຍຫລາຍກວ່າ 1.000 ຕື້ກີບ ແລະ ​ສາ​ເຫດ​ຕົ້ນຕໍເກີດ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ, ການຈູດ​ປ່າ​ ແລະ ຂີ້ເຫຍື້ອຊະຊາຍ, ​ໄຕ້​ທຽນ​ບູຊາ ​ແລະ ອື່ນໆ ແລະ ເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດລົງໃນຕໍ່ໜ້ານີ້, ຂະແໜງພະລັງານ ແລະ ບໍ່ແຮ່ ຈະສຸມໃສ່ການ​ເຜີຍ​ແຜ່​ລະບຽບ​ການ ​ແລະ ​ແນະນຳ​ການ​ຊົມ​ໃຊ້​ໄຟຟ້າ​ໃຫ້​ຖືກ​ວິທີໃຫ້ທົ່ວໃນ 9 ຕົວເມືອງ, ໂດຍສະເພາະການ​ກໍ່ສ້າງ ​ແລະ ຕິດຕັ້ງ​ໄຟຟ້າຕ່າງໆ​ຕ້ອງໃຫ້​ຖືກ​ຕາມ​ມາດຕະຖານ​ເຕັກນິກທີ່ລັດວິສາຫະກິດ​ໄຟຟ້າລາວວາງອອກ​ ເພື່ອຫລີກລ່ຽງອັກຄີໄພທີ່ຈະຕາມມາ.

ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ
ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ

​  ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ໂດຍການ​ເຂົ້າຮ່ວມ​ຂອງ​ທ່ານຮອງ​ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ​ແກ້ວ​ພິລາ​ວັນ ອາ​ໄພ​ລາດ, ມີ​ບັນດາ​ເຈົ້າ​ເມືອງ ແລະ ພາກສ່ວນ​ກ່ຽວຂ້ອງຕ່າງໆ​ເຂົ້າຮ່ວມ.

ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - 3 - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ
ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - 5 - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ
ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ - 4 - ນະຄອນຫລວງວຽງຈັນຍັງມີອາຄານ ແລະ ເຮືອນຊານເກົ່າແກ່ຈໍານວນບໍ່ໜ້ອຍສ່ຽງເກີດອັກຄີໄພໄດ້ງ່າຍ