ງານວາງສະແດງສິນຄ້າລາວ-ໄທໄດ້ຮັບຄວາມສົນຈາກຈາກມວນຊົນເປັນຢ່າງດີ

ວາງສະແດງຜະລິດຕະພັນສິນຄ້າໜຶ່ງຕໍາບົນໜຶ່ງຜະລິດຕະພັນ (OTOP) ຂອງຈັງຫວັດອຸດຕະລາດິດປະເທດໄທ, ໄດ້ຈັດຂຶ້ນລະຫວ່າງວັນທີ 14-18 ກຸມພາຜ່ານມາ, ຢູ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ, ໂດຍການຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສໍານັກງານສົ່ງເສີມພັດທະນາຊຸມຊົນຈັງຫວັດອຸດຕະລາດິດ ແລະ ສະຖານທູດໄທປະຈໍາລາວເພື່ອເປັນການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງຂອງສອງປະເທດໃຫ້ເຂັ້ມແຂງ ແລະ ເປັນໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການສ້າງຜະລິດຕະພັນທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານເປັນທີ່ຍອມຮັບ ຂອງຜູ້ຊົມໃຊ້ທັງພາຍໃນ ແລະ ຕ່າງປະເທດ.
ງານວາງສະແດງຄັ້ງນີ້, ມີຜູ້ປະກອບການ, ຜູ້ຜະລິດ ແລະ ຜູ້ຈາກປະເທດໄທ ແລະ ລາວຫລາຍກວ່າ 50 ບໍລິສັດໄດ້ນໍາເອົາສີນຄ້າປະເພດອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳໄມ້, ຜ້າໄໝ, ຜ້າຝ້າຍ ແລະ ສີນຄ້າອຸປະໂພກ-ບໍລິໂພກອື່ນໆມາວາງສະແດງ ແລະ ຈໍາໜ່າຍ, ເຊິ່ງເຫັນວ່າໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ.