ເຄັດລັບປັບຜິວໃຫ້ງາມສົດ ບໍ່ມີຫ່ຽວ

ຢາກເປັນສາວອ່ອນກ່ວາອາຍຸແລະບໍ່ຫ່ຽວຍານກໍຕ້ອງໃຊ້ເຄັດລັບເຂົ້າຊ່ວຍ ເລີ່ມຕົ້ນຕອນເຊົ້າໃນແຕ່ລະມື້ ໃຜຕື່ນມາພົບໃບ ໜ້າຫ່ຽວຍານແດ່ ນັ້ນເປັນຍ້ອນຜິວຂາດຄວາມຫົດຢືດເຖິງຂີດສຸດ ຢາກມີຜິວງາມ ແລະ ອ່ອນກ່ວາອາຍຸຕ້ອງມີວິໄນກັນແດ່ ລອງເບິ່ງວ່າມີຫຍັງແດ່ທີ່ທ່ານບໍ່ຄວນເບິ່ງຂ້າມ.
– ຫ້າມລືມທາໂລຊັນກ່ອນນອນ : ບໍ່ວ່າຈະກຽດຄ້ານປານໃດ ຫ້າມລືມທາຄຣີມບຳລຸງເດັດຂາດ ເພາະຄຣີມເຫລົ່ານີ້ຈະເຂົ້າ ໄປຟື້ນຟູຜິວ ແລະ ຕື່ມຄວາມຊຸ່ມຊື່ນລະຫ່ວາງຫລັບ ຕື່ນມາໜ້າຂອງທ່ານຈະໄດ້ບໍ່ຫ່ຽວຍານ.
– ຜ່ອນຄາຍໂດຍການອອກກຳລັງກາຍ : ການອອກກຳລັງກາຍບໍ່ໄດ້ເຮັດໃຫ້ຮູບຮ່າງງາມຂຶ້ນເທົ່ານັ້ນ ແຕ່ຜິວຍັງບໍ່ຫ່ຽວນຳ ອີກ ຂໍ້ດີຂອງການອອກກຳລັງກາຍກໍແມ່ນຜິວຂອງທ່ານຈະເຄັ່ງຕຶງພ້ອມໆກັບຮ່າງກາຍ ຮັບຮອງໄດ້ວ່າທ່ານຈະເບິ່ງອ່ອນກ່ວາອາຍຸແນ່ນອນ.
– ຄຣີມກັນແດດຢ່າໃຫ້ຂາດ : ບໍ່ວ່າຈະແມ່ນຍາມອາກາດຮ້ອນ ຫລື ອາກາດເຢັນ ກໍບໍ່ຄວນລືມຄຣີມກັນແດດເດັດຂາດ ເພາະມັນເປັນເກາະປ້ອງກັນບໍ່ໃຫ້ຝ້າ, ເມັນ ແລະ ຈຸດດ່າງດຳມາທຳລາຍຜິວຂອງທ່ານ.
– ຫລີກເວັ້ນແສງແດດກ້າ : ເຖິງຈະທາຄຣີມກັນແດດແລ້ວກໍບໍ່ໄດ້ໝາຍຄວາມວ່າປ້ອງກັນໄດ້ 100% ຄວນຫລີກແດດກ້າໆ ຢ່າໃຫ້ກະທົບຜິວໂດຍກົງ ເຜື່ອໃຫ້ຜິວຄົງຄວາມສົດໃສກ້ຽງງາມ ແລະ ເບິ່ງອ່ອນກ່ວາອາຍຸໄປດົນໆ.
ພຽງແຕ່ເຮັດໃຫ້ຄົບທຸກຂໍ້ ແລະ ເຮັດທຸກມື້ ທ່ານກໍບໍ່ຕ້ອງເສຍດາຍເງິນໄປເຂົ້າຄ໊ອດບຳລຸງຜິວງາມທີ່ຕ້ອງໃຊ້ເງິນຫລາຍໆຢູ່ໃສແລ້ວ.