ຍີ່ປຸ່ນຂາດດຸນການຄ້າເທື່ອທຳອິດ ໃນຮອບ 8 ເດືອນ
February 19, 2018 - 5:22 PM

ກະຊວງການເງິນຍີ່ປຸ່ນຖະແຫລງໃນວັນທີ 19 ກຸມພານີ້ວ່າ: ເດືອນມັງກອນປີນີ້ ຍີ່ປຸ່ນຂາດດຸນການຄ້າເປັນເທື່ອທຳອິດໃນຮອບ 8 ເດືອນ ເນື່ອງຈາກສິນຄ້ານຳເຂົ້າມີລາຄາສູງກວ່າລາຍໄດ້ຈາກການສົ່ງອອກ.
ກະຊວງການເງິນຖະແຫລງວ່າ: ການຄ້າເດືອນມັງກອນຂາດດຸນ 943.400 ລ້ານເຢນ ເປັນການຂາດດຸນເທື່ອທຳອິດນັບແຕ່ເດືອນພຶດສະພາປີກ່ອນ ຕໍ່າກວ່າຕະຫລາດຄາດໝາຍວ່າຈະຂາດດຸນ 1,02 ຕື້ເຢນ, ຍອດສົ່ງອອກເພີ່ມຂຶ້ນ 12,2 ເປັນ 6.086 ຕື້ເຢນ ແຕ່ຍອດນຳເຂົ້າເພີ່ມຂຶ້ນ 7,9% ເປັນ 7.029 ຕື້ເຢນ. ກະຊວງລະບຸວ່າ: ເຖິງວ່າເງິນເຢນທຽບກັບໂດລາສະຫະລັດແຂງຄ່າຂຶ້ນ 3,4% ທຽບໃສ່ເດືອນມັງກອນປີກ່ອນ ແຕ່ມູນຄ່າການນຳເຂົ້ານ້ຳມັນດິບ, ການຢາ ແລະ ແກັສທຳມະຊາດເຫລວ (LNG) ເພີ່ມຂຶ້ນຕາມປະລິມານທີ່ເພີ່ມຂຶ້ນ.