ເປີດຄ່າເມື່ອຍ ລີເວີພູລ ຫລັງຕໍ່ສັນຍາ ມາເນ

ລີເວີພູລ ກຽມອັບຄ່າເມື່ອຍໃຫ້ ຊາດິໂອ ມາເນ ເພີ່ມເປັນ 2 ເທົ່າ ຫລັງຫລິ້ນໄດ້ດີ ສົ່ງຜົນໃຫ້ດາວເຕະເຊເນກັລ ຈະຂຶ້ນມາຢູ່ອັນດັບ 2 ໃນຕາຕະລາງຄ່າຈ້າງຂອງທີມ ເປັນຮອງພຽງແຕ່ ເຟີກິລ ຟານ ໄດ ຄົນດຽວເທົ່ານັ້ນ.
ລີເວີພູລ ສະໂມສອນຊັ້ນນຳແຫ່ງ ພຣີເມຍລີກ ອັງກິດ ກຽມຈັບ ຊາດິໂອ ມາເນ ປີກຕົວເກັ່ງທີມຊາດເຊເນກັລ ຕໍ່ສັນຍາຍາວ ຫລັງສ້າງຜົນງານໄດ້ດີນັບແຕ່ຍ້າຍມາຈາກ ເຊົາແທມຕັນ ໃນປີ 2016 ດ້ວຍຄ່າຕົວ 34 ລ້ານປອນ.
ສັນຍາສະບັບປັດຈຸບັນຂອງດາວເຕະອາຍຸ 25 ປີ ມີຜົນຈົນເຖິງປີ 2021 ແລະ ຈາກການທີ່ ມາເນ ເຮັດຜົນງານໄດ້ດີໃນລີກລວມແລ້ວ 19 ປະຕູນັບແຕ່ຍ້າຍມາຖິ່ນ ແອນຟິລ ລວມທັງຫາກໍຍິງແຮຕທຣິກເກມບຸກໄປຖະຫລົ່ມ ເອຟຊີ ປໍໂຕ້ ທີມເກັ່ງຂອງ ໂປຣຕຸເກສ 5-0 ໃນ ຢູຟາ ແຊມປ້ຽນລີກ ຮອບ 16 ທີມສຸດທ້າຍ ນັດທຳອິດ ໃນວັນທີ 14 ກຸມພາ ເຮັດໃຫ້ ລີເວີພູລ ພ້ອມຕໍ່ສັນຍາອອກໄປຈົນຮອດປີ 2023.
ນອກຈາກນັ້ນ ມາເນ ຍັງຈະໄດ້ຄ່າເມື່ອຍໃນສັນຍາໃໝ່ເພີ່ມເປັນ 160.000 ປອນຕໍ່ອາທິດ ຈາກທີ່ໄດ້ຮັບເວລານີ້ປະມານ 80.000 ປອນ.