ເຈົ້າໜ້າທີ່ພວມເລັ່ງສືບສວນຄະດີສໍ້ໂກງຂອງບໍລິສັດລາວຄຳທີ່ປຶກສາການລົງທຶນຈຳກັດ

ກົມຕຳຫລວດເສດຖະກິດ ໃຫ້ຮູ້ວ່າ: ປັດຈຸບັນ, ກຳລັງຮວບຮວມຂໍ້ມູນເພື່ອດຳເນີນຄະດີກັບບໍລິສັດລາວຄຳທີ່ປຶກສາການລົງທຶນຈຳກັດໃນຂໍ້ຫາສໍ້ໂກງຊັບ ແລະ ຟອກເງີນ, ໂດຍມີຜູ້ຕ້ອງຫາຫລາຍຄົນທັງຄົນລາວ ແລະ ຫວຽດນາມ, ຊຶ່ງເຈົ້າໜ້າທີ່ໄດ້ຈັບຕົວຜູ້ບໍລິຫານບໍລິສັດດັ່ງກ່າວຊື່ທ້າວ ຟຸ ເມິ່ງ ເກື່ອງ ອາຍຸ 48 ປີສັນຊາດຫວຽດນາມ ມາດຳເນີນຄະດີຕາມລະບຽບກົດຫມາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວໄດ້ມາດຳເນີນທຸລະກິດຢູ່ລາວໃນປີ 2013 ໃນຖານະເປັນບໍລິສັດທີ່ປຶກສາທາງດ້ານການລົງທຶນ, ຕໍ່ມາບໍລິສັດໄດ້ດຳເນີນທຸລະກິດບໍ່ສອດຄ່ອງກັບລະບຽບກົດໝາຍ, ໂດຍໄດ້ລະດົມເງີນທຶນຈາກສັງຄົມໃຫ້ມາຮ່ວມລົງທຶນ ແລະ ອ້າງວ່າຈະໄດ້ຮັບຜົນຕອບແທນສູງ, ຊຶ່ງເຫັນວ່າຜິດຕໍ່ລະບຽບ ແລະ ເປັນການສໍ້ໂກງຊັບຂອງພົນລະເມືອງ, ໂດຍມີຜູ້ເສຍຫາຍໄດ້ໃຫ້ຂໍ້ມູນກັບເຈົ້າໜ້າທີ່ກວ່າ 80 ຄົນ ທີ່ຢູ່ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ຕົກເປັນເງີນກວ່າ 1 ລ້ານໂດລາສະຫະລັດ.
ປັດຈຸບັນ, ຄະດີສໍ້ໂກງລາຍນີ້, ເຈົ້າໜ້າທີ່ພວມເກັບກຳຂໍ້ມູນຫລັກຖານ ແລະ ເອົາຄຳໃຫ້ການຈາກຜູ້ເສຍຫາຍຈຳນວນໜຶ່ງ ແລະ ຍັງມີຜູ້ຖືກເສຍຫາຍຈຳນວນຫລາຍໃນທົ່ວປະເທດທີ່ບໍ່ທັນເຂົ້າໄປລາຍງານ ແລະ ແຈ້ງຄວາມກັບເຈົ້າໜ້າທີ່ ແລະ ເພື່ອເປັນການປົກປ້ອງຜົນປະໂຫຍດຂອງຜູ້ເສຍຫາຍ ແລະ ເພື່ອຮັບປະກັນການດຳເນີນຄະດີໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກົມຕຳຫລວດເສດຖະກິດ ກໍໄດ້ອອກແຈ້ງການຄື: ໃຫ້ຜູ້ຖືກເສຍຫາຍທີ່ໄດ້ຂຽນຄຳຮ້ອງຟ້ອງຕໍ່ບໍລິສັດ ລາວຄຳທີ່ປຶກສາການລົງທຶນຈຳກັດແລ້ວ ແຕ່ຍັງບໍ່ທັນໄດ້ໄປລາຍງານ (ໃຫ້ປາກຄຳ) ກັບເຈົ້າໜ້າທີ່ຢູ່ກົມຕຳຫລວດເສດຖະກິດກົມໃຫຍ່ຕຳຫລວດ ແມ່ນໃຫ້ຮີບຮ້ອນເອົາເອກະສານຫລັກຖານທັງໝົດເຂົ້າໄປພົບເຈົ້າໜ້າທີ່ສອບສວນດ່ວນ ເພື່ອຈະທ້ອນໂຮມ ແລະ ບັນທຶກເອົາຄຳໃຫ້ການປະກອບໃສ່ສຳນວນຄະດີໃຫ້ທັນເວລາ, ໃຫ້ຜູ້ເສຍຫາຍທີ່ຍັງບໍ່ທັນໄດ້ຂຽນຄຳຮ້ອງຟ້ອງ ຫລື ແຈ້ງຄວາມ ກັບບໍລິສັດລາວຄຳ ກໍໃຫ້ຮີບຮ້ອນຂຽນຄຳຮ້ອງ ຫລື ເຂົ້າໄປແຈ້ງຄວາມພ້ອມດ້ວຍເອກະສານຫລັກຖານກ່ຽວກັບບໍລິສັດລາວຄຳຢູ່ກົມຕຳຫລວດເສດຖະກິດ, ກຳນົດເວລາຮັບບັນທຶກຄຳໃຫ້ການ, ຮັບຄຳຮ້ອງຟ້ອງ ແລະ ຮັບແຈ້ງຄວາມ ແມ່ນບໍ່ໃຫ້ກາຍວັນທີ 30 ເມສາ 2018 ເພື່ອໃຫ້ເຈົ້າໜ້າທີ່ໄດ້ສັງລວມຂໍ້ມູນສົ່ງໃຫ້ກົມຕຳຫລວດເສດຖະກິດແລ້ວສັງລວມເຂົ້າໃນບົດສະຫລຸບຄະດີໃຫ້ທັນຕາມເວລາ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຄະດີດັ່ງກ່າວແມ່ນມີຄວາມຄືບໜ້າຫລາຍ, ເນື່ອງຈາກມີຂໍ້ມູນຫລັກຖານທີ່ຮັດກຸມ ແລະ ມີຜູ້ເສຍຫາຍເປັນຈຳນວນຫລາຍ, ສະນັ້ນຈຶ່ງເຊື່ອວ່າຈະດຳເນີນຄະດີຕໍ່ຜູ້ກະທຳຜິດໃນສະຖານສໍ້ໂກງ ແລະ ຟອກເງີນ ແລະ ຄາດວ່າປະມານ 6 ເດືອນຈະໄດ້ສະຫລຸບສຳນວນສົ່ງໃຫ້ໄອຍະການເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມຂະບວນການຍຸຕິທຳ.