ບຸນຊ້າງແຂວງໄຊຍະບູລີໄຂຂຶ້ນດ້ວຍບັນຍາກາດຄືກຄື້ນ
ພິທີເປີດງານມະຫະກຳບຸນຊ້າງຄັ້ງທີ 12 ແລະ ປີທ່ອງທ່ຽວແຂວງໄຊຍະບູລີໄດ້ຈັດຂຶ້ນຢ່າງເປັນທາງການດ້ວຍບັນຍາກາດຄືກຄື້ນໃນວັນທີ 17 ກຸມພາ ແລະ ຈະດໍາເນີນໄປຈົນຮອດວັນທີ 22 ກຸມພານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ລັ່ນຄອງ 9 ບາດ ເພື່ອເປີດພິທີຂອງທ່ານປະທານປະເທດ ບຸນຍັງ ວໍລະຈິດ.
ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະກຳມະການຈັດງານບຸນຊ້າງ ກ່າວວ່າ: ການຈັດງານດັ່ງກ່າວແມ່ນເປັນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກແບບວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ບູຮານນະການ ແລະ ເພື່ອສ້າງຈິດສຳນຶກໃຫ້ຄົນຮຸ້ນໃໝ່ໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງ ເພາະຊ້າງເປັນສັດໃຫຍ່, ເປັນສັດຄຳຮູ້, ສາມາດເຂົ້າໃຈ ແລະ ຮັບຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງເປັນຢ່າງດີ.
ສໍາລັບບຸນຊ້າງ ແລະ ເປີດປີທ່ອງທ່ຽວແຂວງໄຊຍະບູລີຄັ້ງນີ້ມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ເຊິ່ງເລີ່ມຕົ້ນດ້ວຍຂະບວນແຫ່ກາໝາຍທ່ອງທ່ຽວ, ກາໝາຍບຸນຊ້າງ, ປ້າຍມະຫະກຳບຸນຊ້າງ ແລະ ເປີດການທ່ອງທ່ຽວ 2018, ກ້ອນກຳລັງທຸງຊາດ, ທຸງທິວ, ຂະບວນແຫ່ຊ້າງຈຳນວນ 69 ໂຕ ປະສານສຽງເປົ່າສະໄນ, ຂະບວນແຫ່ສະແດງເຖິງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວ 11 ເມືອງພາຍໃນແຂວງ, ຂະບວນການສະແດງຂອງ 8 ເຜົ່າ, ການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ ແລະ ການວາງສະແດງສີນຄ້າກະສິກໍາ, ຫັດຖະກໍາ ແລະ ສີນຄ້າອື່ນໆຂອງປະຊາຊົນທັງພາຍໃນ ແລະ ຕ່າງປະເທດ.