ວິທີສັງເກດອາການເກີດລູກກ່ອນກຳນົດ

ວິທີສັງເກດອາການເກີດລູກກ່ອນກຳນົດ - 011902 2018 - ວິທີສັງເກດອາການເກີດລູກກ່ອນກຳນົດ
ວິທີສັງເກດອາການເກີດລູກກ່ອນກຳນົດ - kitchen vibe - ວິທີສັງເກດອາການເກີດລູກກ່ອນກຳນົດ

  ໂດຍປົກກະຕິແມ່ຍິງຖືພາ ປະມານ 7 – 10% ມີໂອກາດທີ່ຈະເກີດລູກກ່ອນກຳນົດ ຄືເກີດກ່ອນອາຍຸການຖືພາຄົບ 37 ອາທິດ  ສາເຫດທີ່ຕ້ອງເກີດລູກກ່ອນກຳນົດສ່ວນຫລາຍທີ່ພົບແມ່ນມີອາການເຈັບທ້ອງເອງໂດຍບໍ່ຮູ້ສາເຫດ, ຖົງນຳ້ຄາວປາຮົ່ວ ຫລື ແຕກ, ມີບັນຫາທາງສຸຂະພາບຂອງແມ່ເອງ ເຊິ່ງໃນປະຈຸບັນການຝາກທ້ອງກໍມັກຈະດູແລຈົນຫລຸດຄວາມສ່ຽງການເກີດກ່ອນກຳນົດໄດ້, ແຕ່ແນວໃດກໍຕາມ ຍັງມີປັດໄຈສ່ຽງຕໍ່ການເກີດລູກກ່ອນກຳນົດດັ່ງນີ້ :

– ການສູບຢາ ຫລື ໄດ້ຮັບຄັວນຢາສູບຫລາຍໆ ໂດຍສະເພາະຫາກແມ່ທີ່ຖືພາທ້ອງອ່ອນໆ 1 – 4 ເດືອນ ແລ້ວສູບຢາ.

ວິທີສັງເກດອາການເກີດລູກກ່ອນກຳນົດ - Visit Laos Visit SALANA BOUTIQUE HOTEL - ວິທີສັງເກດອາການເກີດລູກກ່ອນກຳນົດ
ວິທີສັງເກດອາການເກີດລູກກ່ອນກຳນົດ - Visit Laos Visit SALANA BOUTIQUE HOTEL - ວິທີສັງເກດອາການເກີດລູກກ່ອນກຳນົດ

– ການດື່ມເຫລົ້າ ຫລື ເຄື່ອງດື່ມທີ່ມີອານກໍຮໍ.

– ການກິນຢາບາງຊະນິດ ເຊິ່ງຢາທີ່ໃຊ້ເປັນປະຈຳນັ້ນຫາກແມ່ຍັງບໍ່ຮູ້ໂຕວ່າໄດ້ມີການຖືພາແລ້ວ ແລະ ກິນຢາລົງໄປອາດມີຜົນຕໍ່ລູກໃນທ້ອງ.

– ການເພີ່ມຂອງນຳ້ໜັກໂຕແມ່ໃນໄລຍະຖືພາທີ່ໜ້ອຍເກີນໄປ ໂດຍທົ່ວໄປນຳ້ໜັກຈະເພີ່ມຂຶ້ນ ປະມານ 15 ກິໂລກຣາມຖືວ່າຢູ່ໃນ ເກນປົກກະຕິ.

– ຮ່າງກາຍຂອງແມ່ໃນໄລຍະຖືພາໄດ້ຮັບສານອາຫານທີ່ຈຳເປັນບໍ່ພຽງພໍ ທາງແກ້ໄຂກໍຄືຕ້ອງພະຍາຍາມກິນອາຫານທີ່ມີທາດສັງກະສີໃຫ້ພຽງພໍ ເນື່ອງຈາກມີລາຍງານລະບຸວ່າ : ແມ່ຍິງຖືພາທີ່ເກີດລູກກ່ອນກຳນົດມັກໄດ້ຮັບແຮ່ທາດສັງກະສີບໍ່ພຽງພໍ.

– ເຮັດວຽກໜັກ ຫລື ເຮັດອາຊີບທີ່ຕ້ອງຢືນຕະຫລອດເວລາ.

– ການມີເພດສຳພັນໃນໄລຍະທີ່ກຳລັງຖືພາ ເຊິ່ງໂອກາດຈະເກີດລູກກ່ອນກຳນົດໄດ້ນັ້ນຈະເປັນໃນຜູ້ທີ່ມີປະຫວັດເກີດລູກກ່ອນກຳນົດ ໂດຍແພດຈະແນະນຳໃຫ້ງົດການມີເພດສຳພັນ 2 – 3 ເດືອນກ່ອນຈະເຖິງກຳນົດເກີດ.

– ການເສຍຄວາມດຸ່ນດ່ຽງຂອງຮໍໂມນ.

– ການຕິດເຊື້ອ ເຊັ່ນ : ຕິດພະຍາດຕິດຕໍ່ທາງເພດສຳພັນບາງຊະນິດ, ທໍ່ຍ່ຽວອັກເສບກະທັນຫັນ ຫລື ການຕິດເຊື້ອໃນຊ່ອງຄອດ ແລະ ນຳ້ຄາວປາ ເປັນຕົ້ນ ເພາະຫາກຕິດເຊື້ອດັ່ງກ່າວ ລະບົບທຳມະຊາດຈະພະຍາຍາມດັນໃຫ້ເດັກນ້ອຍອອກ ເຊິ່ງເຮັດໃຫ້ເກີດກ່ອນກຳນົດໄດ້.

– ປາກມົດລູກປິດບໍ່ແຈບ.

– ມົດລູກໄວຕໍ່ການກະຕຸ້ນ ເຮັດໃຫ້ເກີດການຫົດຮັດໂຕຂອງມົດລູກໄດ້ງ່າຍ ແລະ ຮຸນແຮງຈົນເຮັດໃຫ້ເກີດລູກກ່ອນກຳນົດໄດ້.

– ແຮ່ຈັບຕໍ່າໃກ້ປາກມົດລູກຈະຕ້ອງປິ່ນປົວໂດຍໃຫ້ນອນຢູ່ເທິງຕຽງ ຫລື ນອນພັກໃນໂຮງໝໍ.

– ອາການເຈັບປ່ວຍຊຳ້ເຮື້ອຂອງແມ່ທີ່ຖືພາ ເຊັ່ນ : ມີພະຍາດປະຈຳໂຕກ່ຽວກັບຫົວໃຈ, ປອດ, ຕັບ ຫລື ເປັນພະຍາດເບົາຫວານ, ແຕ່ປະຈຸບັນບັນຫານີ້ໄດ້ຫລຸດລົງ ເນື່ອງຈາກການປິ່ນປົວຂອງແພດສາມາດຄວບຄຸມພະຍາດໄດ້ດີຂຶ້ນ.

– ຄວາມເຄັ່ງຄຽດ.

– ແມ່ມີອາຍຸຕໍ່າກ່ວາ 17 ປີເນື່ອງຈາກຮ່າງກາຍຍັງບໍ່ພ້ອມເຕັມທີ່ຕໍ່ການຖືພາເຮັດໃຫ້ໂອກາດເກີດກ່ອນກຳນົດມີສູງ.

– ແມ່ມີອາຍຸເກີນ 35 ປີ.

– ກຸ່ມທີ່ມີຖານະທາງເສດຖະກິດຕໍ່າ ເນື່ອງຈາກອາດໄດ້ຮັບສານອາຫານບໍ່ພຽງພໍ ແລະ ມີປັດໄຈສ່ຽງອື່ນໆອີກຫລວງຫລາຍ.

– ອາການຜິດປົກກະຕິຂອງມົດລູກ.

– ການຖືພາລູກແຝດ.

– ລູກໃນທ້ອງພິການ.

– ຜູ້ທີ່ມີປະຫວັດການເກີດລູກກ່ອນກຳນົດມາກ່ອນ.

ສ່ວນອາການເຕືອນທີ່ບົ່ງບອກວ່າອາດເກີດລູກກ່ອນກຳນົດມີດັ່ງນີ້ :

  1. ມີເລືອດອອກຄ້າຍຄືປະຈຳເດືອນ, ປວດເກັງທ້ອງນ້ອຍ ໂດຍບໍ່ມີອາການຖອກທ້ອງ, ປວດຮາກ ຫລື ອາຫານບໍ່ຍ່ອຍ.
  2. ປວດຫລັງ ຫລື ຮູ້ສຶກມີຫຍັງກົດທັບບໍລິເວນກົ້ນ.
  3. ປວດເກັງທ້ອງນ້ອຍ, ປວດລາມໄປຫາກົກຂາ.
  4. ມີນຳ້ເມືອກອອກທາງຊ່ອງຄອດ ຫລື ມີສີນຳ້ຕານປົນເລືອດອາດມີນຳ້ເມືອກຂຸ້ນເປັນກ້ອນຫລຸດອອກມາ ສະແດງອາການເປີດຂອງມົດລູກ.
  5. ມີການແຕກຮົ່ວຂອງຖົງນຳ້ຄາວປາ.

ຫາກທ່ານມີອາການເຫລົ່ານີ້ (ອາການໃດອາການໜຶ່ງ) ຄວນຟ້າວໄປໂຮງໝໍໂດຍໄວ.

ວິທີສັງເກດອາການເກີດລູກກ່ອນກຳນົດ - 4 - ວິທີສັງເກດອາການເກີດລູກກ່ອນກຳນົດ
ວິທີສັງເກດອາການເກີດລູກກ່ອນກຳນົດ - 3 - ວິທີສັງເກດອາການເກີດລູກກ່ອນກຳນົດ
ວິທີສັງເກດອາການເກີດລູກກ່ອນກຳນົດ - 5 - ວິທີສັງເກດອາການເກີດລູກກ່ອນກຳນົດ