ວິທີແກ້ໄຂເມື່ອເຮັດໂທລະສັບຕົກນຳ້
February 20, 2018 - 12:47 PM
ບັນຫາຢ່າງໜຶ່ງຂອງໂທລະສັບມືຖືກໍຄື ບັງເອີນເຮັດໂທລະສັບມືຖືຕົກນຳ້ ຫລື ຖືກນຳ້ ແລ້ວທ່ານຈະເຮັດແນວໃດຫາກພົບກໍ ລະນີນີ້ ? ຈະສົ່ງເຂົ້າສູນເລີຍບໍ່ ຫລື ຈະຕ້ອງແຍກຊິ້ນສ່ວນຂອງມັນກ່ອນ ບາງຄົນຖ້າເຮັດບໍ່ຖືກວິທີ ໂທລະສັບມືຖືຂອງທ່ານກໍອາດຈະເພໄປເລີຍກໍມີ. ມື້ນີ້ພວກເຮົາມີວິທີຮັບມືຖ້າບັງເອີນເຮັດໂທລະສັບມືຖືຕົກນຳ້ມາແນະນຳ.
ເມື່ອໂທລະສັບມືຖືຕົກນຳ້ ຫລື ຖືກນຳ້ຮົດໃສ່ ຢ່າເມົາແຕ່ຕົກໃຈ ໃຫ້ຟ້າວຈັບໂທລະສັບຂອງທ່ານອອກມາຈາກນຳ້ທັນທີ ແລ້ວເຮັດຕາມວິທີຕໍ່ໄປນີ້ :
- ຢ່າຟ້າວກົດປຸ່ມໃດໆເທິງໂທລະສັບມືຖື ເພາະອາດຈະເຮັດໃຫ້ໄຟຊັອດໄດ້.
- ຢ່າສັ່ນໂທລະສັບມືຖືເດັດຂາດ ເພາະຈະເຮັດໃຫ້ນຳ້ໄຫລເຂົ້າໄປຢູ່ພາຍໃນພາກສ່ວນຕ່າງໆຂອງເຄື່ອງຫລາຍຂຶ້ນ.
- ຟ້າວຖອດສ່ວນປະກອບໂທລະສັບມືຖືໂດຍໄວ ເຊັ່ນ : ໜ້າກາກ, ຝາຫລັງ, ຊິມກາດ, ແບັດເຕີຣີ, ແຕ່ບໍ່ຕ້ອງເຖິງຂັ້ນໄຂນັອດ ອອກມາ.
- ຫ້າມໃຊ້ຊຳສີເຊັດນຳ້ອອກ ເພາະໄຍສຳລີອາດຫລຸດໄປຕິດຢູ່ຕາມພາກສ່ວນຕ່າງໆໄດ້ ໃຫ້ເຊັດດ້ວຍຜ້າຊະນິດທີ່ບໍ່ມີຂົນ ຫລື ໃຊ້ເຈ້ຍອະນາໄມຄຸນນະພາບດີທີ່ບໍ່ເປັນຂົນມາເຊັດນຳ້ອອກ.
- ຫ້າມເອົາໂທລະສັບມືຖືເຂົ້າເຕົາອົບ, ເຕົາໄມໂຄຣເວບເດັດຂາດ.
- ຫ້າມເປົ່າລົມ ເພາະຈະເຮັດໃຫ້ນຳ້ຍິ່ງໄຫລເຂົ້າໄປເລິກກ່ວາເກົ່າ ແລະ ຄວາມຮ້ອນຈະເຮັດໃຫ້ວົງຈອນເອເລັກໂຕຣນິກເສຍຫາຍໄດ້.
- ຫ້າມເອົາໂທລະສັບມືຖືໄປຕາກແດດ ເພາະຄວາມຮ້ອນຈາກແສງແດດນັ້ນສູງເກີນໄປສຳລັບໂທລະສັບມືຖື.
- ເມື່ອໂທລະສັບມືຖື ແລະ ຊິ້ນສ່ວນທີ່ຖອດອອກມາແຫ້ງແລ້ວໃຫ້ເອົາໄປແຊ່ໄວ້ໃນຖັງເຂົ້າສານ ຫລື ໃສ່ຖົງກັນຄວາມຊຸ່ມ ແລ້ວປິດໄວ້ໃຫ້ແຈບ ປະໄວ້ 2 – 3 ມື້ ເພື່ອໃຫ້ຄວາມຊຸ່ມຖືກດູດອອກໄປຈົນໝົດ.
- ເມື່ອໝັ້ນໃຈວ່າຄວາມຊຸ່ມໝົດແລ້ວ ໃຫ້ປະກອບເຄື່ອງ, ແຕ່ຢ່າຟ້າວສາກໄຟໂດຍທັນທີ.
- ລອງເປີດເຄື່ອງ, ກວດເບິ່ງສະພາບການໃຊ້ງານພື້ນຖານວ່າສາມາດໃຊ້ງານໄດ້ຫລືບໍ່.
- ຫາກບໍ່ພົບຄວາມຜິດປົກກະຕິໃດໆກໍສາມາດໃຊ້ຕໍ່ໄດ້ຢ່າງປົກກະຕິ, ແຕ່ຫາກພົບຄວາມຜິດປົກກະຕິໃຫ້ຟ້າວເອົາສົ່ງເຂົ້າສູນສ້ອມແປງເພື່ອກວດເບິ່ງ ແລະ ແກ້ໄຂໂດຍໄວ.
ຫລັງຈາກເຮັດທຸກວິທີຕາມຄຳແນະນຳນີ້ໄປແລ້ວ ກໍຄວນລະວັງເລື່ອງຄວາມຊຸ່ມທີ່ອາດຍັງຫລົງເຫລືືອຢູ່ ໂດຍສາມາດແຊ່ໃນຖັງເຂົ້າສານຕໍ່ໄປ ຫລື ເກັບມ້ຽນໄວ້ໃນບ່ອນທີ່ອາກາດອົບອຸ່ນ ສິ່ງສຳຄັນບໍ່ວ່າຈະພົບ ຫລື ບໍ່ພົບບັນຫາກໍຕາມ ຕ້ອງເອົາໂທລະສັບໄປກວດຢູ່ສູນເພື່ອຄວາມໝັ້ນໃຈອີກເທື່ອໜຶ່ງ ແລະ ສຸດທ້າຍຄວນລະມັດລະວັງ ແລະ ມີສະຕິທຸກເທື່ອທີ່ໃຊ້ໂທລະສັບມືຖື.