ປະເທດຊາດຮັ່ງມີ ປະຊາຊົນກໍຮັ່ງມີ

ໂດຍ: ກ້ອງສ່ອງ ອິດສະຫລະ
ໃນເງື່ອນໄຂປະເທດຊາດບ້ານເມືອງຂອງພວກເຮົາພວມເລັ່ງລັດພັດທະນາໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ, ໄດ້ມີຫລາຍ ທ່ານ, ຫລາຍສະຫາຍ, ຫລາຍ ທັດສະນະ ແລະ ຫລາຍຄົນມີ ຄຳຄິດຄຳເຫັນໃນແງ່ມຸມທີ່ແຕກ ຕ່າງກັນ. ເປັນຕົ້ນມີຈຳນວນບໍ່ ໜ້ອຍໄດ້ຍົກບັນຫາຂຶ້ນວ່າຖ້າ ຢາກໃຫ້ປະເທດຊາດຮັ່ງມີ ກ່ອນ ອື່ນຕ້ອງເຮັດໃຫ້ບຸກຄົນ ຫລື ປະ ຊາຊົນຮັ່ງມີກ່ອນ.
+ ວຽກງານວັດທະນະທຳຍັງມີຫລາຍຈຸດຈະຕ້ອງໄດ້ປັບປຸງແກ້ໄຂ
+ ກອງປະຊຸມສະພາເລັ່ງແກ້ບັນຫາພັດທະນາປະເທດຊາດ
ຖ້າທຸກຄົນຮັ່ງມີແລ້ວຊາດກໍຈະຮັ່ງມີໄປເອງວ່າຊັ້ນ! ຕົວ ຢ່າງວ່າ ຖ້າບຸກຄົນ ຫລື ທຸກຄົນ ພາຍໃນຊາດພາກັນຮັ່ງມີໄປ ແລ້ວຈະປະຕິບັດພັນທະໜ້າທີ່ ຂອງຕົນຕໍ່ຊາດບ້ານເມືອງ ແລະ ຜືນແຜ່ນດິນຢ່າງຄົບຖ້ວນ. ຫາກ ເມື່ອໃດຊາດຮຽກຮ້ອງຕ້ອງ ການອັນໃດເຂົາກໍສາມາດ ຕອບ ສະໜອງໄດ້ຢ່າງເຕັມທີ່. ແຕ່ ກົງກັນຂ້າມພັດມີອີກຈຳນວນ ບໍ່ໜ້ອຍໄດ້ເວົ້າວ່າຖ້າຢາກໃຫ້ ທຸກຄົນ ຫລື ປະຊາຊົນຮັ່ງມີ, ກ່ອນອື່ນໝົດຊາດຕ້ອງຮັ່ງ ມີກ່ອນ. ເມື່ອໃດປະເທດຊາດ ຫລື ລັດຂອງເຮົາຮັ່ງມີແລ້ວ ທຸກຄົນຈະຢູ່ດີມີສຸກ, ປະຊາຊົນ ໄດ້ກິນອີ່ມນຸ່ງອຸ່ນກ້າວໄປເຖິງ ໄດ້ກິນແຊບນຸ່ງງາມ.
ແນວໃດກໍຕາມ, ສຳລັບ ຄຳຄິດເຫັນສອງຢ່າງນີ້ຜູ້ ຂຽນເອງຈະບໍ່ຂໍຕອບຕາງ ວ່າ ໃຜຜິດໃຜຖືກ, ແຕ່ຢາກໃຫ້ ພວກ ເຮົາພາກັນຫັນໄປ ເບິ່ງບັນດາ ປະເທດທີ່ເຂົາຈະເລີນ ແລະ ພັດ ທະນາໄປແລ້ວ; ແລະ ເຮົາເອງ ຈະບໍ່ຂໍຍົກເອົາ ຊື່ສຽງຮຽງນາມ ຂອງປະເທດນັ້ນປະເທດນີ້ ຂຶ້ນມາເວົ້າເປັນຕົວຢ່າງ; ພຽງ ແຕ່ຈະຍົກ ໃຫ້ເຫັນບາງຢ່າງ ເພື່ອພ້ອມກັນຄົ້ນຄວ້າເປັນບົດ ຮຽນວ່າປະເທດເຂົາຮັ່ງມີສ່ວນ ຫລາຍແມ່ນເຂົາພາກັນສ້າງ ສາປະເທດຊາດ ຫລື ວ່າໃຫ້ລັດ ຮັ່ງ ມີກ່ອນ ແລ້ວມັນກໍສະທ້ອນ ໄປຮອດບຸກຄົນ ແລະ ທຸກຄົນ ພາຍໃນຊາດ. ແນ່ນອນຄວາມ ຮັ່ງມີຂອງບັນດາປະເທດທີ່ເຂົາ ຈະເລີນກ້າວໜ້າ ໄປແລ້ວນັ້ນ ແມ່ນເກີດມາຈາກ ປັດໄຈຄົນໃນ ຊາດເປັນຜູ້ຕື່ນຕົວສູງທັງມີ ຈິດໃຈສູງໃນການປະຕິບັດພັນ ທະໜ້າທີ່ຕໍ່ປະເທດຊາດ. ການ ປະຕິບັດພັນທະໜ້າ ທີ່ຕໍ່ປະເທດ ຊາດນັ້ນ, ຍ່ອມສະແດງອອກ ໃນການປະຕິບັດລະບຽບກົດ ໝາຍຢ່າງເຄັ່ງຄັດ. ທຸກຂໍ້ກຳນົດ ກົດໝາຍ ຂອງປະເທດທີ່ເຂົາ ໄດ້ວາງອອກຈະຖືກປະຕິບັດ ຢ່າງເຂັ້ມງວດ ແລະ ເປັນຮູບ ປະທຳຫລາຍທີ່ສຸດ. ຕົວຢ່າງ ກົດໝາຍພາສີອາກອນ ເຂົາກໍບໍ່ ຫລັກບໍ່ໂລບ, ຂໍ້ກຳນົດວ່າແນວ ໃດເຂົາປະຕິບັດຕາມແນວນັ້ນ ແລະ ກົດໝາຍອື່ນໆ ກໍເໝືອນ ກັນ, ການທຳມາຫາກິນຄ້າ ຂາຍທຸກຢ່າງເຂົາກໍຈິງໃຈເສຍ ພັນທະອາກອນຕາມລະບຽບ ການທີ່ກຳນົດ, ເງິນຂອງລັດກີບ ໜຶ່ງອັດ ໜຶ່ງທີ່ຈະໄປເຕົ້າໂຮມ ກັນເປັນລາຍຮັບງົບປະມານ ແຫ່ງຊາດມັນກໍບໍ່ຮົ່ວໄຫລ, ບໍ່ ມີການສໍ້ລາດບັງຫລວງ, ບໍ່ມີ ການສໍ້ໂກງກັນ ໃນການທຳ ມາຫາກິນລ້ຽງຊີບ. ໄປຄຽງຄູ່ ກັນນັ້ນ, ເບື້ອງລັດຖະບານກໍ ໄດ້ອອກນະໂຍບາຍໃນການ ສ້າງສາພັດທະນາປະເທດຢ່າງ ມີຈັງຫວະ, ອົງການມະຫາພາກ ກໍເປັນເຈົ້າການໃນການຄຸ້ມຄອງ ນຳພາ ແລະ ບັນຊາໃຫ້ໄປ ຕາມ ກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ຈຶ່ງເຮັດໃຫ້ວັດຖຸຊັບ ສິນເງິນຄຳ ຂອງປະເທດຊາດ ຮັ່ງມີຂຶ້ນໃນແຕ່ລະປີຢ່າງມະ ຫາສານ.
ໃນຍຸກປັດຈຸບັນ ມີບາງປະ ເທດລັດຮັ່ງມີຈົນໄປຢືນຢູ່ໃນ ອັນດັບແຖວໜ້າຂອງໂລກສາ ມາດລ້ຽງຄົນກຸ້ມໝົດປະເທດ, ເງິນ ງົບປະມານກໍ່ບໍ່ຂາດບໍ່ເຂີນ, ເງິນ ເດືອນພະນັກງານກໍຈ່າຍ ເປັນປົກກະຕິ, ພະນັກງານຂອງ ລັດ ໄດ້ຮັບເງິນອັດຕາເງິນເດືອນ ກຸ້ມປາກກຸ້ມທ້ອງ, ສະຫວັດດີ ການຂອງປະເທດກໍໄດ້ຮັບການປະຕິບັດຢ່າງຮັບປະກັນສົມເຫດສົມຜົນ ແລະ ຄົບຖ້ວນ.
ຈາກສະພາບເປັນດັ່ງທີ່ ວ່ານີ້, ເມື່ອມາສົມທຽບໃສ່ບ້ານ ເຮົາແມ່ນຍັງມີຫລາຍອັນທີ່ຈະ ຕ້ອງໄດ້ພ້ອມກັນແກ້ໄຂ ແລະ ປັບປຸງໃຫ້ກ້າວສູ່ຄຸນນະພາບ ໃໝ່. ອັນຕົ້ນຕໍແມ່ນການຄຸ້ມ ຄອງ ດ້ານມະຫາພາກເພາະຖັນ ແຖວພະນັກງານຄຸ້ມຄອງດ້ານນີ້ຍັງມີການສໍ້ລາດບັງຫລວງ ຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ວັດ ຖຸຊັບສິນເງິນຄຳຂອງລັດມີ ການຮົ່ວໄຫລ ການນຳພາປະ ຕິບັດລະບຽບກົດໝາຍຍັງບໍ່ ທັນເຂັ້ມງວດເດັດຂາດຍ້ອນ ເຮືອນຮົ່ວມາແຕ່ລົບ ຈຶ່ງເຮັດໃຫ້ ການ ເກັບລາຍຮັບເຂົ້າງົບປະ ມານ ບໍ່ໄດ້ຕາມຄາດໝາຍ, ຈຶ່ງ ເປັນເຫດໃຫ້ປະເທດຊາດຕົກ ຢູ່ໃນສະພາວະແຫ່ງຄວາມຫຍຸ້ງ ຍາກ; ແຕ່ເມືອໃດປະເທດຊາດ ຫາກແກ້ໄຂ ແລະ ປົດໄດ້ດ້ານ ນີ້ ບ້ານເມືອງເຮົາກໍຈະເລີ່ມ ກ້າວເຂົ້າສູ່ຄວາມຮັ່ງມີເມື່ອນັ້ນ ປະຊາຊົນກໍເລີ່ມມີ ຄວາມຮັ່ງ ມີ, ຊີວິດການເປັນຢູ່ດີຂຶ້ນເລື້ອຍໆ ດັ່ງພັກ ແລະ ລັດຖະບານໄດ້ ນຳພາໃນຊຸດ ປັດຈຸບັນຂໍແຕ່ວ່າ ພວກເຮົາພ້ອມກັນຜ່ານຜ່າພ້ອມ ກັນເຊື່ອມຊືມ ແລະ ຕັດສິນໃຈ ພ້ອມກັນເຮັດພວກເຮົາກໍຈະໄປ ຮອດຫລັກໄຊແນ່ນອນ./.